ຫວຽດນາມຖືເປັນສຳຄັນຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືກັບໂຮນລັງ

ຫວຽດນາມຖືເປັນສຳຄັນຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມືກັບໂຮນລັງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ພົບ​ປະ​ກັບ ພະມະ​ເຫ​ສີ ​ໂຮ​ນລັງ Maxima
(ພາບ: TTXVN)


(vovworld) – ​​ໃນ​​ແຜນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ, ປອດ​ໄພ​ນິວ​ເຄຼຍຄັ້ງ​ທີ 3 ຢູ່ ​ໂຮ​ນລັງ, ຕອນ​ຄຳ່​ວັນ​ທີ 25/3 (ຕາມ​​ເວລາ ຫວຽດນາມ), ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ​ໂຮນລັງ Mark Rutte. ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ​ໂຮນລັງ, ຖື​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ພົວພັນທີ່​ເປັນ​ແບບຢ່າງ ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ ​ເອີ​ລົບ. ນາຍົກລັດຖະມົນຕີ 2 ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ເພື່ອ​​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຍິ່ງກ່ວາ​ອີກ. ນາຍົກລັດຖະມົນຕີ 2 ທ່ານ​ກໍ່​ແລກປ່ຽນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ໃນ 5 ຂົງ​ເຂດ​ຮັບບຸລິມະສິດ​ໃນ​ການ​ຮ່ວມ​ມື​ຄື: ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຄຸ້ມ​ຄອງ​ແຫຼ່ງນ້ຳ, ກະສິກຳ, ພະລັງງານ ​ແລະ ນ້ຳມັນ​ອາຍ​ແກ​ດ, ທ່າ​ກຳ​ປັ່ນ ​ແລະ ບໍລິການ​ພະລາທິການ. ພິ​ເສດ 2 ຝ່າຍ​ຕັດ​ສິນ​ໃຈສຳ​ເລັດ​ການ​ເຈລະຈາ, ມຸ່ງ​ໄປ​ເຖິງ​ການ​ເຊັນ “ຂໍ້​ຕົກລົງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ກ່ຽວ​ກັບ​ກະສິກຳ​ແບບ​ຍືນ​ຍົງ ​ແລະ ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ”. ນາຍົກລັດຖະມົນຕີ 2 ທ່ານ ຕີ​ລາຄາ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ ລະຫວ່າງ 2 ປະ​ເທດ​ພັດທະນາ​ຢ່າງ​ຕັ້ງໜ້າ, ມີ​ປະສິດທິ​ຜົນ. ນາຍົກລັດຖະມົນຕີກໍ່ຕີ​ລາຄາ​ສູງ​ເລື່ອງ 2 ປະ​ເທດ​ຮ່ວມ​ມື ​ແລະ ສະໜັບ​ສະ​ໜູນ​ເຊິ່ງກັນ​ແລະ ກັນ​ເປັນ​ປະຈຳ​ໃນ​ບັນດາ​ການ​ເລືອກ​ເຟັ້ນທີ່​ບັນ​ດາ​ເວທີ​ປາ​ໄສ​ສາກົນ, ພິ​ເສດ​ແມ່ນ​ຢູ່ ສປຊ.


ຂ່າວ/ບົດ​ອື່ນ