ຫວຽດນາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບສເກົາຫຼີໃນທຸກຂົງເຂດ

ຫວຽດນາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບສເກົາຫຼີໃນທຸກຂົງເຂດ - ảnh 1
(ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີ໋ນຊາງ ​​ຕ້ອນຮັບ​ທ່ານ
Lee Myung Bak ອະດີດ​ປະທານາທິບໍດີ ສ.​ເກົາຫຼີ)

(vovworld) ຕອນ​ຄ່ຳ​ວັນ​ທີ 22/10 ຢູ່​ນະຄອນ​ໂຮ່ຈີ​ມິ​ງ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Lee Myung Bak ອະດີດ​ປະທານາທິບໍດີ ສ.​ເກົາຫຼີ ທີ່ນຳ​ໜ້າ​ຄະນະ​ວິ​ສາ​ຫະກິດ ສ.​ເກົາຫຼີ ພວມ​ຢ້ຽມ​ຢາມ ຫວຽດນາມ. ທີ່​ການ​ຕ້ອນຮັບ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເຊື່ອ​ໝັ້ນ​ວ່າ: ສັນຍາ​ການ​ຄ້າ​ເສລີ FTA ຊຶ່ງ 2 ຝ່າຍ​ໄດ້​ລົງ​ນາມ​ຈະ​ຊຸກຍູ້​ການ​ພົວພັນ​ເສດຖະກິດ, ການ​ຄ້າລະຫວ່າງ ຫວຽດນາມ - ສ.​ເກົາຫຼີ ກ່ວາ​ອີກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ພິ​ເສດ ​ແລະ ປາດຖະໜາຢາກ​ພ້ອມກັບ ສ.​ເກົາຫຼີ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ ຈຸດ​ສຸມ​ແມ່ນ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ. ທ່ານ​ປະທານ​ປະ​​ເທດ ​ເຈືອງ​ເຕີ໋ນຊາງ ປາດ​ຖະໜາ​ວ່າ ທ່ານ​ Lee Myung Bak ອະດີດ​ປະທານາທິບໍດີ ສ.​ເກົາຫຼີ ຈະສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ຍູ້​ແຮງ​ການ​ລົງທຶນ​ເຂົ້າ ຫວຽດນາມ.

        ສ່ວນ​ທ່ານ​ອະດີດ​ປະທານາທິບໍດີ ສ.​ເກົາຫຼີ Lee Myung Bak ​ສະ​ແດງ​ຄວາມເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນ​ກາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ຈະ​ສືບ​ຕໍ່​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ກ່ວາ​ອີກ ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ ສ.​ເກົາຫຼີ ມາ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ, ທ່ານ Lee Myung Bak ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ