ຫວຽດນາມ-ລາຊະອານາຈັກອັງກິດພັດທະນາການພົວພັນຮອບດ້ານ

ຫວຽດນາມ-ລາຊະອານາຈັກອັງກິດພັດທະນາການພົວພັນຮອບດ້ານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ (ເບື້ອງຂວາ) ​ແລະ ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​​ດ ອັງກິດ William Hague
(ພາບ: TTXVN)

(vovworld) –  ​ໃນ​ຂອບ​​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ ອັງກິດ ຢ່າງ​ເປັນ​ທາງ​ການ, ວັນ​ທີ 16/4, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໄດ້​ເຈລະຈາ​ກັບ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​​ດ ອັງກິດ William Hague ​​ແນ​ໃສ່​ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອັງກິດ ​ໃນ​ທຸກໆ​ຂົງ​ເຂດ.

    ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂົງ​ເຂດຮ່ວມ​ມື​ລະອຽດ​ໃນ​ແຜນການ​ເຄື່ອນ​ໄຫວ​ຂອງ ຫວຽດນາມ - ອັງກິດ​ໃນ​​ແຕ່ລະ​ປີ​ຢ່າງ​ແຮງ.

    ສອງ​ຝ່າຍ​ໄດ້​​ໃຫ້ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ຖື​ນີ້​ແມ່ນ​ເສົາ​ຄ້ຳ​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ວິ​ສາ​ຫະກິດ​ສຳ​ພັດ​ຕະຫຼາດ ​ແລະ ​ເພີ່ມ​ທະວີ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ເຂົ້າ​ແຕ່ລະ​ປະ​ເທດ. ອັງກິດ​ ຊົມ​ເຊີຍ ຫວຽດນາມ ​ເປີດ​ກ້ວາງ​ການ​ລົງທຶນ ​ແລະ ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ເຂົ້າ​ຕະຫຼາ​ດ ​ອັງ​ກິດ. ດ້ວຍ​ທ່າ​ແຮງ​ໃນ​ຂົງ​ເຂດ​ການ​ເງິນ - ທະນາຄານ, ອັງກິດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ໜູນ​ຊ່ວຍ ​ແລະ ​ແບ່ງປັນ​ບົດຮຽນ​ກັບ ຫວຽດນາມ ​ໃນ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ລະບົບ​ການ​ເງິນ - ທະນາຄານ, ພັດທະນາ​ຕະຫຼາດ​ການ​ເງິນ. ອັງກິດ ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊຸກຍູ້ ອີຢູ ສຳ​ເລັດ​ການ​ເຈລະ​ຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີຢູ ​ໃນ​ປີ 2014, ກໍ່​ຄື​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ເພີ່ມ​ທະວີ​ການ​ພົວພັນ​ຮອບດ້ານ ກັບ ອີ​ຢູ, ຕັ້ງໜ້າ​ສະໜັບສະ​ໜູນ ອີ​ຢູ ຮັບຮູ້ ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ.

    ທ່ານ​ຮອງ​ນາຍົກລັດຖະ​ມົນຕີ ຫວູວັນນີ​ງ ຊົມ​ເຊີຍລັດຖະບານ ອັງກິດ ​ໄດ້​ມີ​ຫຼາຍ​ມາດ​ຕະການ ​ແລະ ນະ​ໂຍບ​າຍສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ ອັງກິດ ມາ ຫວຽດນາມ ລົງທຶນ ​ແລະ ດຳ​ເນີນທຸລະ​ກິດ​​ໃນ​ໄລຍະ​ຍາວ​.

    ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ຝ່າຍ ອັງກິດ ສະ​ແດງ​ການ​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ ຫວຽດນາມ ​ໃນ​ການ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ພ້ອມ​ທັງ​ປາດ​ຖະໜາ​ຢາກ​ໃຫ້ ຫວຽດນາມ ສະໜັບສະໜູນ​ເລື່ອງຍົກ​ສູງ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ​ໃນ​ການ​ແກ້​ໄຂ​ການ​ພິພາດ​ຢູ່​ພາກ​ພື້ນ​ຕ່າງໆ​ໃນ​ໂລກ.

    ​ເນື່ອງ​ໃນ​ການ​ຢ້ຽມຢາມ ລາຊະ​ອານາຈັກ ອັງກິດ ຢ່າງ​ເປັນ​ທາງ​ການ, ຕອນ​ຄຳ່​ວັນທີ 16/4, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນີງ ​ໄດ້​ພົບ​ປະ ​ແລະ ​ໂອ້​ລົມ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສຢູ່ ອັງກິດ.

 


ຂ່າວ/ບົດ​ອື່ນ