ຫວຽດນາມ-ລາວ-ກຳປູເຈຍຊຸກຍູ້ວຽກງານແນວໂຮມ

ຫວຽດນາມ-ລາວ-ກຳປູເຈຍຊຸກຍູ້ວຽກງານແນວໂຮມ - ảnh 1
ກອງ​ປະຊຸມ​ຂັ້ນ​ສູງ​ອົງການ​​ແນວ​ໂຮມ 3 ປະ​ເທດ
(ພາບ: vietnamplus.vn)


(vovworld) - ກອງ​ປະຊຸມ​ຂັ້ນ​ສູງ​ອົງການ​​ແນວ​ໂຮມ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ຄັ້ງ​ທີ 2 ຖື​ກ​ໄຂຂຶ້ນ​ໃນ​ວັນ​ທີ 18/12, ຢູ່​ນະຄອນຫຼວງ​ວຽງ​ຈັນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຄະນະ​ຜູ້​ແທນ​ຂັ້ນ​ສູງແນວ​ລາວ ສ້າງ​ຊາດ ​ໂດຍ​ທ່ານ​ປະທານ ພັນ​ດວງ​ຈິດ ວົງສາ ​ເປັນ​ຫົວໜ້າ​ຄະນະ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ​ກຳປູ​ເຈຍ ​ໂດຍ​ທ່ານ​ປະທານ Samdech Akka Noha Phonhea Heng Samrin ​ເປັນ​ຫົວໜ້າ​ຄະນະ ​ແລ​ະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໂດຍ​ທ່ານປະທານ ຫງວຽນ​ທ້ຽນ​ເຍີນ ​ເປົນ​ຫົວ​ໜ້າ​ຄະນະ. ກອງ​ປະຊຸມ​ໄດ້​ຕີ​ລາຄາ​ໂຄງການ​ຮ່ວມມື​ໃນ​ໄລຍະ​ຜ່ານ​ມາ ​ແລະ ວາງທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. 3 ຝ່າຍ​ມີ​ຄວາມ​ເພິ​ງພໍ​ໃຈ​ເມື່ອ​ເຫັນວ່າ ພາຍຫຼັງ​ໄລຍະ 2 ປີທີ່​ລົງ​ນາມ​ໃນ​ບັນດາ​ເນື້ອ​ໃນ “​ໂຄງການ​ຮ່ວມ​ມື​ລະຫວ່າງ​ແນວ​ໂຮມ​ສາມັກ​ຄີ​ພັດທະນາ​ປະ​ເທດ​ກຳປູ​​ເຈຍ ​ແລະ ສູນ​ກາງແນວ​ລາວ​ສ້າງ​ຊາດ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ” ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ປະຕິ​ບັດ​ຢ່າງ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ.

        3 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ໄລຍະ 2013 – 2016, ​ໃນ​ນັ້ນ​​ເນັ້ນ​ໜັກ​​ເຖິງ​ເລື່ອງ​ສືບ​ຕໍ່ຜັນ​ຂະຫຍາຍ, ປະຕິບັດ​ຂອງ​ວຽກ​ງານ​ໂຄ​ສະນາ​ຢ່າງ​ເລີກ​ເຊິ່ງ, ກວ້າງຂວາງ​ໃນ​ໝູ່​ມະຫາຊົນຢ່າງ​ມີ​ປະສິດທິ​ຜົນ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ​ຫວຽດນາມ ​- ລາວ - ກຳປູເຈຍ ເພື່ອ​ການ​ພັດທະນາ​ລວມຂອງ 3 ປະ​ເທດ ກໍ່​ຄື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການພັດທະນາ ​ແລະ ວັດທະນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ