ການສົນທະນາໃນວັນທີ 2/6
(ພາບ: baocongthuong.com.vn)
|
(vovworld) - ວັນທີ 2/6, ສະຫະສະມາຄົມທ່ອງທ່ຽວ ອັກຊັງຕີນ (Armat) ສົມທົບກັບສະຖານທູດ ຫວຽດນາມ ປະຈຳ Buenos Aires, ຈັດຕັ້ງການສົນທະນາເພື່ອແນໃສ່ສົ່ງເສີມການທ່ອງທ່ຽວ ຫວຽດນາມ ຢູ່ ອັກຊັງຕີນ, ປະກອບສ່ວນຫັນຕະຫຼາດຂອງຂະແໜງອຸດສາຫະກຳບໍ່ມີຄວັນເປັນຫຼາຍຮູບຫຼາຍແບບ. ຜູ້ຕາງໜ້າບໍລິສັດທ່ອງທ່ຽງຫຼາຍແຫ່ງທີ່ມີຄວາມສົນໃຈເຖິງເລື່ອງເປີດບັນດາລາຍການທ່ອງທ່ຽວເຖິງ ຫວຽດນາມ ເຂົ້າຮ່ວມການພົບປະຄັ້ງນີ້ເພື່ອຊອກຮູ້ຂໍ້ມູນຂ່າວກ່ຽວກັບປະເທດຊາດ, ຊາວ ຫວຽດນາມ, ບັນດາສະຖານທີ່ທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວຂອງ ຫວຽດນາມ ກໍ່ຄືຄວາມສາມາດເຊື່ອມຕໍ່ກັບບັນດາວິສາຫະກິດ, ໂຮງແຮມພາຍໃນປະເທດຄືສົ່ງແຂກທ່ອງທ່ຽວ ອັກຊັງຕີນ ມາຍັງ ຫວຽດນາມ. ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ອັກຊັງຕີນ ກໍ່ແນະນຳບັນດາຈຸດຕົ້ນຕໍກ່ຽວກັບປະຫວັດສາດ, ວັດທະນະທຳຫຼາຍຮູບແບບດ້ວຍມໍລະດົກຫຼາຍແຫ່ງໄດ້ຮັບການຮອງຮອງຈາກ UNESCO, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ແລະ ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດຂອງປະເທດ ຫວຽດນາມ.