ຫວຽດນາມສົ່ງເສີມວິສາຫະກິດຝລັ່ງເປີດກວ້າງການລົງທຶນຢູ່ຫວຽດນາມ

(VOVWORLD) -ວັນທີ 5 ມີນາ ຢູ່ ຮ່າໂນ້ຍ, ເມື່ອຕ້ອນຮັບ ຄະນະກຳມະການບໍລິຫານກຸ່ມບໍລິສັດ Air Liquide ຂອງຝລັ່ງ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດິງຢູງ ຢືນຢັນ:ຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດກວ່າອີກເພື່ອດຶງດູດການລົງທຶນ, ຍາມໃດກໍ່ສົ່ງເສີມບັນດານັກລົງທຶນເປີດກວ້າງຂອບຂະຫນາດການຜະລິດ, ດຳເນີນທຸລະກິດ. 
ຫວຽດນາມສົ່ງເສີມວິສາຫະກິດຝລັ່ງເປີດກວ້າງການລົງທຶນຢູ່ຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຕ້ອນຮັບການນຳ ຄະນະກຳມະການບໍລິຫານກຸ່ມບໍລິສັດ Air Liquide ຂອງຝລັ່ງ (ພາບ: VGP/Đoàn Bắc)

ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ມີຄວາມເຊື່ອໝັ້ນວ່າ Air Liquide ຈະສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການ ແລະ ວິສາຫະກິດ ເພື່ອຍູ້ໄວວິວັດການກະກຽມບັນດາໂຄງການລົງທຶນ, ເປີດກວ້າງ, ຍົກສູງກຳລັງຄວາມສາມາດການຜະລິດຢູ່ຫວຽດນາມ.

ການນຳ ກຸ່ມບໍລິສັດ Air Liquide ຢືນຢັນ: ປະຈຸບັນ ຫວຽດນາມ ມີສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ, ດຶງດູດບັນດານັກລົງທຶນສາກົນ. ໃນໄລຍະຈະມາເຖິງ, Air Liquide ມີແຜນການເພີ່ມການລົງທຶນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ