ໂຄງການປູກຕົ້ນຢາງພາລາຂອງ ຮ່ວາງແອງຢາລາຍ ຢູ່ລາວ
(ພາບ:vietpress.vn)
vovworld) – ປະຈຸບັນ, ມຸນຄ່າການລົງທຶນຂອງວິສາຫະກິດ ຫວຽດນາມ ເຂົ້າ ລາວ ບັນລຸປະມານ 5 ຕື້ USD, ຢືນອັນດັບທີ 3 ຂອງຕ່າງປະເທດມີການລົງທຶນເຂົ້າ ລາວ. ຫລາຍໂຄງການຂອງວິສາຫະກິດ ຫວຽດນາມ ລົງທຶນຢູ່ ລາວ ໄດ້ຜັນຂະຫຍາຍຢ່າງວ່າງໄວ ແລະ ເບື້ອງຕົ້ນມີປະສິດທິຜົນຄື: ໂຄງການປູກຕົ້ນຢາງພາລາ; ຜະລິດນ້ຳຕຕານຂອງກຸ່ມບໍລິສັດໃຫຍ່ ຮ່ວາງແອງຢາລາຍ ຢູ່ພາກໃຕ້ ລາວ; ບັນດາໂຄງການປູກ ແລະ ປຸງແຕ່ງຢາງພາລາຂອງກຸ່ມບໍລິສັດໃຫຍ່ອຸດສາຫະກຳຢາງພາລາ ຫວຽດນາມ ແລະ ບໍລິສັດຢາງພາລາ ດັກລັກ…ລັດຖະບານ 2 ປະເທດພວມສືບຕໍ່ຜັນຂະຫຍາຍບາງໂຄງການໃຫຍ່ອີກ, ມີລະດັບຍຸດທະສາດຄື: ໂຄງການກໍ່ສ້າງສາຍທໍ່ນ້ຳມັນຈາກທ່າກຳ່ປັ່ນ ຮ່ອນລາ ແຂວງ ກວາງບິ່ງ ຫວຽດນາມ ເຖິງ ແຂວງ ຄຳມ່ວນ ຂອງ ລາວ ແລະ ໂຄງການກໍ່ສ້າງຕາໜ່າງໄຟຟ້າຈາກ
ເຊກາໝານ 1 ເຖິງ pleiku ຫວຽດນາມ. ຕາມສັນຍາການຮ່ວມມືເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກນິກລະຫວ່າງລັດຖະບານ ລາວ ແລະ ລັດຖະບານ ຫວຽດນາມ ໄລຍະ 2011 – 2015 ລົງນາມໃນວັນທີ 9/4/2011 ຢູ່ ຮ່າໂນ້ຍ, 2 ຝ່າຍໄດ້ເຫັນດີເປັນເອກະສັນສືບຕໍ່ປະຕິບັດບັນດາໂຄງການພັດທະນາການຄ້າ 2 ຝ່າຍໃນໄລຍະ 2008 – 2015 ມີປະສິດທິຜົນກ່ວາ, ພ້ອມທັງສູ້ຊົນເພື່ອວົງເງິນການຄ້າລະຫວ່າງ 2 ປະເທດໃນປີນີ້ເພີ່ມຂຶ້ນ 40% ເມື່ອທຽບໃສ່ປີກ່າຍ.