ຫວຽດນາມສາມາດສົ່ງວັກຊີນອອກສູ່ໂລກໄດ້

ຫວຽດນາມສາມາດສົ່ງວັກຊີນອອກສູ່ໂລກໄດ້ - ảnh 1
ການ​ຜະ​ລິດ​ວັກ​ຊີນ​ຢູ່​ຫວຽດ​ນາມ
ພາບ:baodatviet.vn

(vovworld)- ວັນ​ທີ 22/6, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈະ​ຈັດ​ຕັ້ງ​ພິ​ທີ​ຢັ້​ງ​ຢືນລະ​ບົບ​ຄຸ້ມ​ຄອງ​ວັກ​ຊີນ​ແຫ່ງ​ຊາດ​ຂອງ​ຫວຽດ​ນາມ ບັນ​ລຸ​ມາດ​ຕະ​ຖານ​ສາ​ກົນ ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ (WHO). ດ້ວຍ​ການຢັ້ງ​ຢືນ​ດັ່ງ​ກ່າວ, ຫວຽດ​ນາມ ພວມມ​ີ​ກາ​ລະ​ໂອ​ກາດ​ໃຫຍ່​ເພື່ອ​ພັດ​ທະ​ນາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ ວັກ​ຊີນ. ຕາມ​ທ່ານ ເຈືອງກວກ​ເກື່ອງ, ຫົວ​ຫນ້າ​ກົມ​ຄຸ້ມ​ຄອງ​ການ​ຢາ ຫວຽດ​ນາມ​ແລ້ວ, ເພື່ອ​ບັນ​ລຸ​ໄດ້​ຜົນ​ງານ​ດັ່ງ​ກ່າວ, ຫວຽດ​ນາມ ໄດ້​ກະ​ກຽມ​ໃນ​ໄລ​ຍະ​ຍາວ ແລະ ເພື່ອປະ​ກັນ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ວັກ​ຊີນ ມີ​ຄຸນ​ນະ​ພາບ​ສູງ ແລະ ປອດ​ໄພ​, ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຢ່າງ​ຄ​ົບ​ຊຸດ ຕາມ​ເຄື່ອງ​ມື​ມາດ​ຕະ​ຖານ​ຕີ​ລາ​ຄາ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ອົງ​ການ​ຄຸ້ມ​ຄອງ​ວັກ​ຊີນ ແຫ່ງ​ຊາດ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ.
ຂ່າວ/ບົດ​ອື່ນ