ຫວຽດນາມ-ສເກົາຫລີຄົ້ນຄ້ວາ,ແລກປ່ຽນໃນໂຄງການ”ໃຫ້ຄຳປຶກສາບົດລາຍງານຫວຽດນາມປີ2035”

ຫວຽດນາມ-ສເກົາຫລີຄົ້ນຄ້ວາ,ແລກປ່ຽນໃນໂຄງການ”ໃຫ້ຄຳປຶກສາບົດລາຍງານຫວຽດນາມປີ2035” - ảnh 1

(vovworld)- ໃນ​ຂອບ​ເຂດ​ໂຄງ​ກາ​ນ​ຊ່ວຍ​ເຫລືອ​ຫລ້າ ແລະ ການ​ຮ່ວມ​ມື​ເຕັກ​ນິກ​ລະ​ຫວ່າງ ສ​ເກົາ​ຫລີ ແລະ ຫວຽດ​ນາມ ໃນ​ປີ 2015, ອົງ​ການ​ຮ່ວມ​ມື​ສາ​ກົນ ສ​ເກົາ​ຫລີ ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດນີ້ ໄດ້​ເຊື້ອ​ເຊີນ ຜູ້​ຊ່ຽວ​ຊານຫວຽດ​ນາມ 15 ທ່ານ ໄປ​ຍັງ ສ​ເກົາ​ຫລີ ຄົ້ນ​ຄ້​ວາ​ແລກ​ປ່ຽນ​​ໃນໂຄງ​ການ “ໃຫ້​ຄຳ​ປືກ​ສາ​ບົດ​ລາຍ​ງານ​ຫວຽດ​ນາມ 2035” ແຕ່​ວັນ​ທີ 14-20/6. ອົງ​ການ​ຮ່ວ​ມ​ມື​ສາ​ກົນ​ສ​ເກົາ​ຫລີ ໃຫ້​ຮູ້​ວ່າ: ໂຄງ​ການນີ້ ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ຂອງ​ອົງ​ການ​ເຂົ້າ​ໃນ​ການ​ສ້າງ “ບົດ​ລາຍ​ງານ​ຫວຽດ​ນາມ ປີ 2035”. ໃນ​ໄລ​ຍະ​ຢູ່ ສ​ເກົາ​ຫລີ, ຄະ​ນະ​ຜູ້​ຊ່ຽວ​ຊານ​ຫວຽດ​ນາມ ໂດຍ​ທ່ານ ກາວ​ຫວຽດ​ຊີງ, ອະ​ດີດ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ນຳ​ຫນ້າ ໄດ້​ມີ​ການ​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ກັບ​ບັນ​ດາ​ຜູ້​ຊ່ຽວ​ຊານ ສ​ເກົາ​ຫລີ ກ່ຽວກ​ັບ​ບົດ​ຮຽນ​ພັດ​ທະ​ນາ​ຂອງ​ສ​ເກົາ​ຫລີ​ໃນ 2 ຂົງ​ເຂດ​ຄື “ປ່ຽນ​ໃຫມ່ ແລະ ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ” ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

 

ຂ່າວ/ບົດ​ອື່ນ