ຫວຽດນາມຫວັງວ່າຍີ່ປຸ່ນຈະແບ່ງປັນບົດຮຽນກ່ຽວກັບການສ້າງໂຄງປະກອບເສດຖະກິດ

ຫວຽດນາມຫວັງວ່າຍີ່ປຸ່ນຈະແບ່ງປັນບົດຮຽນກ່ຽວກັບການສ້າງໂຄງປະກອບເສດຖະກິດ  - ảnh 1
​ທ່ານ Hashimoto Masaru. ​ເຈົ້າ​ແຂວງ Ibaraki, ຍີ່ປຸ່ນ ​
(ພາບ: baocongthuong.com)

(vovworld) - ຫວຽດນາມ​ຫວັງ​ວ່າ​ຍີ່ປຸ່ນ​ຈະ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ ​ແລະ ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ, ນີ້​ແມ່ນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ທີ່​ການ​ພົບ​ປະ​ໃນ​ຕອນ​ບ່າຍ​ວັນ​ທີ 6/10 ກັບ​ທ່ານ Hashimoto Masaru. ​ເຈົ້າ​ແຂວງ Ibaraki, ຍີ່ປຸ່ນ ​ແລະ ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ, ສະຫະ​ສະມາຄົມ, ອົງການ​ຈັດ​ຕັ້ງ​ແຂວງ​ນີ້​ທີ່​ພວມ​ຢ້ຽມຢາມ​ຫວຽດນາມ ​ແລະ ຊອກ​ຫາ​ກາລະ​ໂອກາດຮ່ວມ​ມື​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ການ​ຢ້ຽມຢາມ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ຂໍ້​ຕົກລົງ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະ​ສີ​ກຳ​​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ​ໃນ​ຕົ້ນ​ປີ​ນີ້​ປະກົດ​ຜົນ​ເປັນ​ຈິງ. ທ່ານ​ປະ​ທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ຜ່ານ​ການ​ຢ້ຽມຢາມ​ບັນດາ​ຜູ້​ແທນ​ແຂວງ Ibaraki ຈະ​ຊອກ​​ໄດ້​ຄູ່​ຮ່ວມ​ມື​ຫວຽດນາມ ຕື່ມ​ອີກ​ ​ແລະ ຮູບ​ແບບ​ຮ່ວມ​ທຸລະ​ກິດ, ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ, ອົງການ​ຂອງ​ຫວຽດນາມ ​ແລະ Ibarakiຈະ​ກາຍ​ເປັນ​ແບບຢ່າງ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖີ່​ນ, ກະຊວງ, ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ.

        ສ່ວນ ທ່ານ Hashimoto Masaru ກໍ່​ໃຫ້​ຮູ້​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ ​ແລະ ຍີ່ປຸ່ນ​ຈະ​ລົງທຶນ​ເຂົ້າ​ຫວຽດນາມ ​ຕື່ມ​ອີກ​ຢ່າງ​ແນ່ນອນ. ຝ່າຍ​ຍີ່ປຸ່ນ​ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ກໍ່​ຄື​ຂອງ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຂອງ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ