ຫວຽດນາມ-ອີນເດຍປຶກສາຫາລືວຽກງານຊຸກຍູ້ການຮ່ວມມືດ້ານການຄ້າການລົງທຶນ

ຫວຽດນາມ-ອີນເດຍປຶກສາຫາລືວຽກງານຊຸກຍູ້ການຮ່ວມມືດ້ານການຄ້າການລົງທຶນ - ảnh 1
ຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມ
(ພາບ: vietnam+)

(Vovworld) - ໃນ​ວັນ​ທີ 15 ມີ​ນາ, ກອງ​ປະ​ຊຸມ​ຄັ້ງ​ທີ 3 ອາ​ນຸ​ກຳ​ມາ​ການ​ການ​ຄ້າ​ປະ​ສົມ ຫວຽດ​ນາ​ມ-ອີນ​ເດຍ ໄຂ​ຂື້ນ ຢູ່​ ສຳ​ນັກ​ງານ​ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳອີນ​ເດຍ. ກ່າວ​ບົດ​ປາ​ໄສ​ໄຂ​ກອງ​ປ​ະ​ຊຸມ, ທ່ານ Rita Teaotia ລັດ​ຖະ​ມົນ​ຕີ​ຊ່ວຍ​​ວ່າ​ການກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳອີນ​ເດຍ ຍ​ົກ​ໃຫ້​ເຫັນ​ສາຍ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ ແລະ ອີນ​ເດຍ, ພິ​ເສດ ​ແມ່ນ​ເວ​ລາ​ຫວຽດ​ນາມ ​ຮັກ​ສາ​ບົດ​ບາດ​ເປັນ​ປະ​ເທດ​ ​ປະ​ສານ​ງານ​ຂອງ​ ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN)  ແລະ ອີນ​ເດຍ ໃນ​ໄລ​ຍະ 2015-2018. ທ່​ານ Teaotia ໃຫ້​ຮູ້​ວ່າ: ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ ​ອັນດັບ​ທີ 28 ຂອງ​ອີນ​ເດ​ຍ, ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ການ​ພົວ​ພັນດ້ານ​ການ​ຄ້າ ລະ​ຫວ່າງ ສອງ​ປະ​ເທດ ຈະ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ ແລະ ວ່ອງ​ໄວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ສ່ວນ​ທ່ານ ໂດ໋​ທັງ​ຮ໋າຍ ລັດຖະ​ມົນ​ຕີ​ວ່າ​ຊ່ວຍການ​ກະ​ຊວງ​ການ​ຄ້າ​ຫວຽດນາມ ຍົກ​ໃຫ້​ເຫັນ​ບາງ​ຂໍ້​ສະ​ເໜີ ​ເພື່ອ​ແນ​ໃສ່ເພີ່ມ​ທະ​ວີ​ການ​ພົວພັນ​ດ້ານເສດ​ຖະ​ກິດ, ກາ​ນ​ຄ້າ ລະ​ຫ່ວາງ​ ສອງ​ປະ​ເທດ​ໃຫ້ຫຼາຍ​ກ່​ວາ​ເກົ່າ ຄື​ສອງ​ຝ່າຍ​ຕ້ອງ​ຮ່ວມ​ມື ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ ລະ​ບົບ​ລາ​ຄາ​ພາກ​ພື້ນ, ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ຊ່ວຍ​ໜູນ ວິ​ສາ​ຫະ​ກິດ ໃນ​ຂົງ​ເຂດ​ການ​ຄ້າ ແລະ ການ​ລົງ​ທຶນ. ທ່ານ​ລັດ​ຖະ​ມົນ​ຕີ​​ຊ່ວຍວ່າ​ການ ​ຖືວ່າ: ອີນ​ເດຍ ​ສາ​ມາດຊ​ັ່ງ​ຊາ​ເປີດ​ສ້າງພັກ​ສີນ​ຄ້າ ຢູ່​ຫວຽດ​ນາມ ເພື່ອ​ຊ່ວຍຫຼຸດ​ລາຍ​ຈ່າຍ ແລະ ເພີ່ມ​​ລັກ​ສະ​ນະ​ແກ່ງ​ແຍ້ງ​ຜະ​ລິດ​ຕະ​ພັນ ອີນ​ເດຍ ຢູ່​ ທ້ອງ​ຕະຫຼາດ​ຫວຽດ​ນາມ, ຫວັງ​ວ່າ​ອີນ​ເດຍ ຈະ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ ແລະ ແໜ້ນ​ແຟ້ນ ກັບ ASEAN ເພື່​ນ​​ເຊັນ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ ພາກ​ພື້ນ (RCEP) ໂດຍ​ໄວ.

ຂ່າວ/ບົດ​ອື່ນ