ຫວຽດນາມ-ອາເມລິກາຊຸກຍູ້ການຮ່ວມມືໃນທຸກຂົງເຂດ

ຫວຽດນາມ-ອາເມລິກາຊຸກຍູ້ການຮ່ວມມືໃນທຸກຂົງເຂດ - ảnh 1
ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮັບຜິດຊອບ​ດ້ານ​ການ​ເມືອງ ​ອາ​ເມ​ລິ​ກາ Wendy Sherman
(ພາບ: KT)

(vovworld) – ​ທີ່​ການ​ຢ້ຽມຢາມ ຫວຽດນາມ ​​ໃນ​ວັນ​ທີ 5/3, ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮັບຜິດຊອບ​ດ້ານ​ການ​ເມືອງ ​ອາ​ເມ​ລິ​ກາ Wendy Sherman ມີ​ການ​ພົບ​ປະ​ກັບ​ທ່ານກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ຟ້າ​ມກວາງ​ຫງີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ, ທ່ານຫົວ​ໜ້າຄະນະ​ພົວພັນ​ຕ່າງປະ​ເທດ ສູນ​ກາງ​ພັກ ຮ່ວາງ​ບີ່​ງກວນ ​ແລະ​ ​ເຮັດ​ວຽກ​ກັບ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນຊາ​ດ, ກະຊວງ​ຕຳຫຼວດ ຫວຽດນາມ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, 2 ຝ່າຍ​ສະ​ແດງ​ຄວາມ​ພາກພູມ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ອັນ​ດີ​ງາມ​ຂອງ​ການ​ພົວພັນ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ນັບ​ແຕ່ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມມື​ຮອບດ້ານ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ຊອກ​ຫາ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ 2 ປະ​ເທດ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ​​ໃຫ້​ດີກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ 2 ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ​ໃນ​ປີ 2015. ຝ່າຍ ຫວຽດນາມ ຢັ້ງຢືນ​ຖື​ການ​ພົວພັນ​ກັບ​ ອາ​ເມ​ລິ​ກາ ​ເປັນ​ສຳຄັນ, ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ພິ​ເສດ​​ແມ່ນ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຄື: ​ເສດຖະກິດ - ການ​ລົງທຶນ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການ​ສຶກສາ - ບຳລຸງ​ສ້າງ..​​. ທ່ານນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Wendy Sherman  ​ເນັ້ນ​ໜັກວ່າ: ອາ​ເມ​ລິ​ກາ ​ຖື​ການ​ພົວພັນກັບ ຫວຽດນາມ​ ​ເປັນ​ສຳຄັນ, ປາດ​ຖະໜາ​ຢາກ​ຊຸກ​ຍູ້​ການຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດຄື: ການ​ເມືອງ - ການ​ທູດ, ​ເສດຖະກິດ - ການ​ຄ້າ, ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ.​.​. 2 ຝ່າຍ​ຢັ້ງຢືນ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮັບປະກັນ​ຄວາມ​ເສລີ ​ແລະ ຄວາມ​ປອດ​ໄພ, ຄວາມ​ສະຫງົບ​​ໃນການ​ເດີນ​ທະ​ເລ.




ຂ່າວ/ບົດ​ອື່ນ