ຫວຽດນາມຮຽກຮ້ອງໃຫ້ບັນດາປະເທດອຸປະຖຳສືບຕໍ່ໜູນຊ່ວນແຫຼ່ງກຳລັງໃຫ້ແກ່ການພັດທະນາ

ຫວຽດນາມຮຽກຮ້ອງໃຫ້ບັນດາປະເທດອຸປະຖຳສືບຕໍ່ໜູນຊ່ວນແຫຼ່ງກຳລັງໃຫ້ແກ່ການພັດທະນາ - ảnh 1
ທ່ານ​ນາງ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ເຟືອງ​ງາ
(ພາບ: TTXVN)

(vovworld) - ວັນ​ທີ 06/10, ຄະ​ນະ​ກຳ​ມະ​ການ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ ແລະ ການ​ເງິນ (ຄະ​ນະ​ກຳ​ມະ​ການ 2) ຂຶ້ນ​ກັບ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຊຸດ​ທີ 71 ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ຮ່າງ​ເຄື່ອນ​ໄຫວ​ຮ່ວມ​ມື​ພັດ​ທະ​ນາ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ໂດຍ​ຕາງ​ໜ້າ​ໃຫ້​ບັນ​ດາ​ປະ​ເທດ​ອາ​ຊຽນ, ທ່ານ​ນາງ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ເຟືອງ​ງາ, ຫົວ​ໜ້າ​ຄະ​ນະ​ຜູ້​​ຕ່າງ​ໜ້າຫວຽດ​ນາມ ຢ​ູ່​ສະ​ຫະ​ປະ​ຊາ​ຊາດ ໄດ້​ຕີ​ລາ​ຄາ​ສ​ູງ​ບົດ​ບາດ ກໍ​ຄື​ການ​ໜູນ​ຊ່ວຍ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ປະ​ເທດ​ຕ່າງ​ໆ, ພ້ອມ​ທັງ​ຊົມ​ເຊີຍ​ເລື່ອງ​ສະ​ຫະ​ປະ​ຊາ​ຊາດ ພ້ອມ​ກັບ​ອາ​ຊຽນ ຊຸກຍ​ູ້​ການ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮ່ວມ​ມື​ຮອ​ບ​ດ້ານ​ລະ​ຫວ່າງ​ສະ​ຫະ​ປະ​ຊາ​ຊາດ - ອາ​ຊຽນ. ທ່ານ​ນາງ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ເຟືອງ​ງາ ໄດ້ແບ່ງ​ປັນ​​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ຫຼາຍ​ປະ​ເທດ ກ່ຽວ​ກັບ​ສະ​ພາບ​ຫຼຸດ​ຜ່ອນ​ແຫຼ່ງກ​ຳ​ລັງ ແລະ ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດອ​ຸ​ປະ​ຖຳ​ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູ​ນ​ຊ່ວຍ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ພັດ​ທະ​ນາ. ທ່ານ​ນາງ​ເອກອ​ັກ​ຄະ​ລັດ​ຖະ​ທູດ​ ຫງວຽນ​ເຟືອງ​ງາ ໄດ້​ຕາງ​ໜ້າ​ໃຫ້​ອາ​ຊຽນ, ຮຽກ​ຮ້ອງ​ສະ​ຫະ​ປະ​ຊາ​ຊາດ ກໍ່​ຄື​ບັນ​ດາ​ປະ​ເທດ​ສະ​ມາຊິກສ​ະ​ຫະ​ປະ​ຊາ​ຊາດ ສືບ​ຕໍ່​ສະ​ໜັບ​ສ​ະ​ໜູນ​ການ​ຮ່ວມ​ມື ໃຕ້ - ໃຕ້ ແລ ການ​ຮ່ວມ​ມື 3 ຝ່າຍ.
ຂ່າວ/ບົດ​ອື່ນ