(ພາບ:vietnamembassy-kuwait.org)
(vovworld) - ແຕ່ວັນທີ 15-17/10, ຢູ່ຄູເວດ, ໄດ້ຈັດກອງປະຊຸມສຸດຍອດເວທີປາໄສເຈລະຈາການຮ່ວມມືອາຊີ (ACD) ຄັ້ງທີ 1 ໂດຍພາຍໃຕ້ການເປັນປະທານຂອງກະສັດຄູເວດ Sheikh Sabah Al-Ahmad Al-Jaber Al-Sabah. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Le Luong Minh ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນນະທີ່ນີ້, ທ່ານຫົວໜ້າຄະນະຜູ້ແທນຫວຽດນາມ, ຮອງລັດຖະມົນຕີ Le Luong Minh ເນັ້ນໜັກວ່າ ຫວຽດນາມ ພວມມານະພະຍາຍາມຫັນປ່ຽນຮູບແບບເສດຖະກິດໂດຍຜ່ານບັນດາໂຄງການສ້າງໂຄງປະກອບເສດຖະກິດຄືນໃໝ່ເພື່ອແນໃສ່ຍົກສູງຄວາມສາມາດຮັບມືກັບບັນດາການຜັນແປ່ຂອງເສດຖະກິດໂລກ, ຊຸກຍູ້ການເຕີບໂຕຂຽວ ແລະ ການພັດທະນາແບບຍືນຍົງ. ຫວຽດນາມ ໄດ້ສະເໜີບັນດາມາດຕະການເພື່ອແນໃສ່ຍົກສູງປະສິດທິຜົນໃນການຮ່ວມມືຂອງ ACD ຄື: ເລືອກເຟັ້ນການບຸລິມະສິດການຮ່ວມມື, ຮັບປະກັນລັກສະນະລຽນຕິດຂອງບັນດາໂຄງການຮ່ວມມື ແລະ ເລື່ອງທະວີຄູນຮູບແບບການຮ່ວມມືສອງຝ່າຍສຳເລັດໃນ ACD. ກອງປະຊຸມສຸດຍອດ ACD ຄັ້ງ 2 ຈະຖືກຈັດຂຶ້ນຢູ່ໄທໃນປີ 2015.