ຫວຽດນາມເຂົ້າຮ່ວມງານບຸນວັດທະນະທຳນາໆຊາດຢູ່ອົດສະຕາລີ

ຫວຽດນາມເຂົ້າຮ່ວມງານບຸນວັດທະນະທຳນາໆຊາດຢູ່ອົດສະຕາລີ - ảnh 1
ຫວຽດນາມເຂົ້າຮ່ວມງານບຸນວັດທະນະທຳນາໆຊາດຢູ່ອົດສະຕາລີ
(ພາບ: thegioi.baotintuc.vn)


(vovworld) -​ ສະຖານທູດ​ຫວຽດນາມ​ປະຈຳ​ອົດ​ສະ​ຕາ​ລີ ພ້ອມ​ກັບ​ສະມາຄົມ​ນັກ​ສຶກສາ​ຫວຽ​ດນາມ ຢູ່​ນະຄອນຫຼວງ Canberra​ ຫາ​ກໍ່​ເຂົ້າ​ຮ່ວມງານ​ບຸນ​ວັດທະນະທຳ​ນາໆ​ຊາດຄັ້ງ​ທີ 18 ​ຢູ່​ອົດ​ສະ​ຕາ​ລີ ​ແຕ່​ວັນ​ທີ 13-15/2. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ສະຖານທູດ​ຫວຽດນາມ​ ປະຈຳອົດ​ສະ​ຕາ​ລີ ​ເຂົ້າ​ຮ່ວມ​ງານ​ບຸນ ​ເພື່ອ​ແນ​ໃສ່​ໂຄສະນາ​ວັດທະນະທຳ​ຫວຽດນາມ ​ເຖິງ​ເພື່ອ​ນມິດສາ​ກົນ. ທີ່​ງານ​ບຸນ, ​ເຂດ​ວາງສະ​ແດງ​ວັດທະນະທຳ ​ແລະ ​ແນະນຳ​ອາຫານ​ການ​ກິນ​ຂອງ​ຫວຽດນາມ ​ໄດ້​ດຶງ​ດູດ​ແຂກ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເນື່ອງ​ໃນ​ໂອກາດ​ນີ້, ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ບັນດາ​ນັກຮຽນ, ນັກ​ສຶກສາ​ຫວຽດນາມ ​ໄດ້​ແນະນຳ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ​ເຖິງ​ເພື່ອນມິດອົດ​ສະ​ຕາ​ລີ ​ແລະ ​ແຂກສາ​ກົນ.

ຂ່າວ/ບົດ​ອື່ນ