ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ພື້ນ​ຖານ​ໂຄງ​ລ່າງ ອິນ​ໂດ​ເນ​ເຊຍ ປີ 2019

(VOVWORLD) -ງານວາງສະແດງພື້ນຖານໂຄງລ່າງ ອິນໂດເນເຊຍ ປີ 2019 ໄດ້ດຳເນີນໃນລະຫວ່າງ ວັນທີ 6 – 8 ພະຈິກ ປີ 2019 ຢູ່ນະຄອນ ຈາກາຕາ ໂດຍມີການເຂົ້າຮ່ວມຂອງວິສາຫະກິດສະໜອງອຸປະກອນ 240 ແຫ່ງທີ່ມາຈາກ 20 ປະເທດ, ໃນນັ້ນມີ ຫວຽດນາມ.
 ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ພື້ນ​ຖານ​ໂຄງ​ລ່າງ ອິນ​ໂດ​ເນ​ເຊຍ ປີ 2019 - ảnh 1

ທ່ານເອກອັກຄະລັດຖະທູດ ຟ້າມວິງກວາງ(ຜູ້ຢືນຢູ່ກາງ) ພ້ອມກັບບໍລິສັດ ວິງຮຶງ ຢູ່ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ

ງານວາງສະແດງໄດ້ເຕົ້າໂຮມບັນດາວິສາຫະກິດສະໜອງ ອຸປະກອນໃນບັນດາຂົງເຂດຄົມມະນາຄົມ, ພະລັງງານ, ການກໍ່ສ້າງ ແລະ ເຕັກນິກ. ນີ້ແມ່ນຄັ້ງທຳອິດ ທີ່ຫວຽດນາມມີວິສາຫະກິດຜະລິດອຸປະກອນ ວັດສະດຸຄົມມະນາຄົມເຂົ້າຮ່ວມງານວາງສະແດງ.

        ຜູ້ຕາງໜ້າຫວຽດນາມ ທີ່ເຂົ້າຮ່ວມງານວາງສະແດງຄັ້ງນີ້ແມ່ນ ບໍລິສັດຫຸ້ນສ່ວນການຄ້າ, ໃຫ້ຄຳປຶກສາ ແລະ ກໍ່ສ້າງວິງຮຶງ, ໂດຍດຶງດູດໄດ້ຄວາມສົນໃຈຂອງບັນດາແຂກຜູ້ຊົມເຂົ້າຮ່ວມງານວາງສະແດງ. ບັນດາຜະລິດຕະພັນທີ່ໄດ້ວາງສະແດງແມ່ນບັນດາຜະລິດຕະພັນທີ່ໄດ້ຮັບການຜະລິດຈາກ ໂຮງງານ ວິງຮຶງ IP.

ຕອບກັບ

ຂ່າວ/ບົດ​ອື່ນ