ຫວຽດ​ນາມ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ເຂົ້າ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ກາ​ນ​ຮ່ວມ​ມື​ເພື່ອ​ການ​ເຕີ​ບ​ໂຕ​ແບບ​ຍືນ​ຍົງ

(VOVWORLD) - ຢູ່ກອງປະຊຸມ, ອີກຄັ້ງໜຶ່ງ ຫວຽດນາມ ຢັ້ງຢືນຄວາມຕັ້ງກັບການກຳນົດທິດການເຕີບໂຕແລວວ່ອງໄວ, ກວມລວມ ແລະ ຍືນຍົງ, ຕິດພັນກັບການປະຕິຮູບລະບອບລະບຽບການ, ການຫັນເປັນດີຈີຕອນ ແລະ ຫັນປ່ຽນໄປຍັງພື້ນຖານເສດຖະກິດ ກາກບ່ອນຕ່ຳ.
ຫວຽດ​ນາມ​ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ເຂົ້າ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ກາ​ນ​ຮ່ວມ​ມື​ເພື່ອ​ການ​ເຕີ​ບ​ໂຕ​ແບບ​ຍືນ​ຍົງ - ảnh 1ບັນດາຜູ້ແທນ ຫວຽດນາມ ເຂົ້າຮ່ວມເຫດການ (ພາບ: ກະຊວງການຕ່າງປະເທດ)

ໃນລະຫວ່າງວັນທີ 19 – 23 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ແລະ ຄະນະຜູ້ແທນລັດຖະບານ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) ປີ 2026 ທີ່ໄດ້ດຳເນີນຢູ່ເທດສະບານ Davos (ສະວິດ).

ກ່າວຄຳເຫັນທີ່ວາລະປຶກສາຫາລືຫົວຂໍ້ຂອງກອງປະຊຸມກ່ຽວກັບ “ບັນດາເສັ້ນທາງໃໝ່ພາໄປເຖິງການເຕີບໂຕ ແລະ ຈະເລີນຮຸ່ງເຮືອງຢູ່ ອາຊຽນ” ແລະ “ຕາໜ່າງໄຟຟ້າ ອາຊຽນ”, ຄະນະຜູ້ແທນ ຫວຽດນາມ ໄດ້ສະເໜີບຸລິມະສິດໃນການຮ່ວມມື ຈຸດສຸມຂອງ ອາຊຽນລວມມີ: ການສ້າງບັນດາຂອບເຂດລວມກ່ຽວກັບການກຳນົດຊື່ ແບບດີຈີຕອນ, ການຄຸ້ມຄອງຂໍ້ມູນ ແລະ ຄວາມປອດໄພທາງໄຊເບີ ເພື່ອແນໃສ່ຫຼຸດການແຕກຕົວ, ຊຸກຍູ້ການຄ້າດີຈີຕອນ ແລະ ນະວັດຕະກຳ; ຍູ້ແຮງຮູບແບບການອຸດສາຫະກຳຮ່ວມສຳພັນ, ເພີ່ມທະວີການຖ່າຍທອດເຕັກໂນໂລຢີ, ພັດທະນາທັກສະ ແລະ ຍົກສູງຖານະບົດບາດຂອງ ອາຊຽນ ໃນລະບົບມຸນຄ່າພາກພື້ນ ແລະ ທົ່ວໂລກ. ຢູ່ກອງປະຊຸມ, ອີກຄັ້ງໜຶ່ງ ຫວຽດນາມ ຢັ້ງຢືນຄວາມຕັ້ງກັບການກຳນົດທິດການເຕີບໂຕແລວວ່ອງໄວ, ກວມລວມ ແລະ ຍືນຍົງ, ຕິດພັນກັບການປະຕິຮູບລະບອບລະບຽບການ, ການຫັນເປັນດີຈີຕອນ ແລະ ຫັນປ່ຽນໄປຍັງພື້ນຖານເສດຖະກິດ ກາກບ່ອນຕ່ຳ, ມຸ່ງໄປເຖິງເປົ້າໝາຍນຳການປອຍອາຍພິດລົງລະດັບ 0 ໃນປີ 2050, ພ້ອມກັນນັ້ນກໍ່ພ້ອມແລ້ວທີ່ຈະປະສົມປະສານຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືສາກົນ ເພື່ອຄວາມຈະເລີນຮຸ່ງເຮືອງລວມຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ