ຫວຽດນາມແມ່ນສະມາຊິກມີຄວາມຮັບຜິດຊອບຂອງສະຫະປະຊາຊາດ

ຫວຽດນາມແມ່ນສະມາຊິກມີຄວາມຮັບຜິດຊອບຂອງສະຫະປະຊາຊາດ - ảnh 1
(ບົດ​ຂຽນ​​ໄດ້​ປຽບທຽບຫວຽດນາມ ຄື​ດັ່ງ​ບັນດາ “​ໂຕ​ເສືອ” ຂອງ​ອາຊີ)

(vovworld) – ວັນ​ທີ 17/09, ດ້ວຍ​ຫົວ​ຂໍ້​ວ່າ “ລັດຖະບານ​ໃໝ່​ຂອງ​ອີ​ຢິບ ​ແລະ ບັນດາ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ສັນຕິພາບ ​ແລະ ການພັດທະນາ”, ​ສື່​ເອ​ເລກ​ໂຕ​ນິກ Al Messa ດ້ວຍ​ພາສາ​ອາຣັບ, ໄດ້​ຕີ​ລາຄາ​ສູງ​ບົດ​ບາດ, ທີ່​ຕັ້ງ​ຂອງ​ຫວຽດນາມ ​ບົນ​ເວທີ​ສາກົນ, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມ​ບາງ​ປະ​ເທດອາຊີ, ​ໃນ​ນັ້ນ​ມີ​ຫວຽດນາມ ຂອງທ່ານ​ປະທານາທິບໍດີ​ອີ​ຢິບ Abdel Fattah al Sisi, ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ທ້າຍ​ປີ​ນີ້.

        ບົດ​ຂຽນ​​ໄດ້​ປຽບທຽບຫວຽດນາມ ຄື​ດັ່ງ​ບັນດາ “​ໂຕ​ເສືອ” ຂອງ​ອາຊີ, ​​​ເຊິ່ງ​ໄດ​້ສະ​ແດງ​ໃຫ້​ເຫັນ​ບົດບາດທີ່​ດີ​ຂອງ​ຕົນ, ​ແມ່ນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ຂອງ​ສະຫະ​ປະຊາ​ຊາດ. ​ພ້ອ​ມທັງ​ຢັ້ງຢືນ​ວ່າ, ​​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ປະຕິບັດ​ໄດ້​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​​ແຮງໃນ​ການ​ພົວພັນຄູ່​ຮ່ວມ​ມື​ໃນ​ທົ່ວໂລກ​.

        ບົດ​ຂຽນ​ໄດ້​ຮຽກ​ຮ້ອງ​​ໃຫ້​ລັດຖະບານ​ໃໝ່​ຂອງ​ອີ​ຢິບ ຄວນ​ຮໍ່າຮຽນ​ເອົາ​ບົດ​ຮຽນ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ສະຫັດ​ສະຫວັດ​ຂອງ​ສະຫະ​ປະຊາ​ຊາດ. ບົດ​ຂຽນ​ຍັງ​ເນັ້ນ​ໜັກ​ວ່າ ບັນດາ​ຜົນງານ​​ເຊິ່ງຫວຽ​ດນາມ ບັນລຸ​ໄດ້​​ລ້ວນ​ແຕ່​ອີງ​ໃສ່​​ແນວທາງ​ການ​ຕ່າງປະ​ເທ​ດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຫຼາຍຝ່າຍ, ຕັ້ງ​ໜ້າ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ຢາກ​ເປັນ​ເພື່ອນທິດ, ​​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທຸກ​ປະ​ເທດ, ທຸກ​ຊົນ​ຊາດ, ​ໃນ​ນັ້ນ​ມີ​ອີ​ຢິບ, ບົນ​ພື້ນຖາ​ນ​ເຄົາລົບ​​ອະທິປະ​ໄຕ​ແຫ່ງ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ, ຮັກສາ​ສັນຕິພາບ ​ແລະ ການ​ຮ່ວມ​ມື​ເພ່ື​ອການ​ພັດທະນາ​​ໃນ​ລະດັບ​ທົ່ວ​​ໂລກ.

ຂ່າວ/ບົດ​ອື່ນ