ຫວຽດນາມແລະຍີ່ປຸ່ນຮ່ວມມືຄົ້ນຄ້ວາມັນຕົ້ນໃຫ້ສະມັດຕະພາບສູງ


ຫວຽດນາມແລະຍີ່ປຸ່ນຮ່ວມມືຄົ້ນຄ້ວາມັນຕົ້ນໃຫ້ສະມັດຕະພາບສູງ - ảnh 1
ມັນ​ຕົ້ນ​ກາຍ​ເປັນ​ຫ​ນຶ່ງ​ໃນ 10 ປະ​ເພດ​ສິນ​ຄ້າສົ່ງ​ອອກ​ສຳ​ຄັນ​ທີ່​ສຸດ​ຂອງ​ຫວຽດ​ນາມ

ພາບ​ປະ​ກອບ:internet

vovworld)- ວັນ​ທີ 22/5 ຢູ່​ນະ​ຄອນ Yokohama, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຟິ​ຊີກ ແລະ ​ເຄ​ມີຂອງ​ຍີ່​ປຸ່ນ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຄົ້ນ​ຄ້​ວາ​ມັນ​ຕົ້ນ ກັບ​ສະ​ຖາ​ບັນ​ກະ​ສິ​ກຳ​ຫວຽດ​ນາມ ເພື່ອ​ສ້າງ​​ແນວ​ມັນ​ຕົ້ນທີ່​ໃຫ້​ມີ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ສູງ. ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ປາດ​ຖະ​ຫ​ນາ​ວ່າ ໂຄງ​ການ​ດັ່ງ​ກ່າວ​ຈະ​ປະ​ສົບ​ຜົນ​ສຳ​ເລັດ, ສ້າງ​ປະ​ຖົມ​ປັດ​ໃຈ​ສຳ​ຄັນ​ໃຫ້​ແກ່​ການ​ຮ່ວມ​ມື​ຄົ້ນ​ຄ​ວ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ ເລ​ຮູຍ​ຮ່າມ, ຫົວ​ຫ​ນ້າ​ສະ​ຖາ​ບັນ​ສືບ​ພັນກະ​ສິ​ກຳ​ຫວຽດ​ນາມ​ໃຫ້​ຮູ້​ວ່າ: ມັນ​ຕົ້ນ​ກາຍ​ເປັນ​ຫ​ນຶ່ງ​ໃນ 10 ປະ​ເພດ​ສິນ​ຄ້າສົ່ງ​ອອກ​ສຳ​ຄັນ​ທີ່​ສຸດ​ຂອງ​ຫວຽດ​ນາມ ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ໃນ​ປີ 2012 ບັນ​ລຸ 1 ຕື້ 200 ລ້ານ USD.

          “ຝ່າຍ​ຍີ່​ປຸນ ແລະ ຫວຽດ​ນາມ ໄດ້​ປຶກ​ສາ​ຫາ​ລື​ນຳ​ກັນ​ເພື່ອ​ເພີ່ມ​ທະ​ວີ​ກ​ານ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ມັນ​ຕົ້ນ ເຮັດ​ແນວ​ໃດ​ນຳ​ມາ​ເຊິ່ງ​ສະ​ມັດ​ຕະ​ພາບ​ ແລະ ຄ​ຸນ​ນະ​ພາບ​ດີກວ່າ ພ້ອມ​ທັງ​ຫລ​ຸ​ດ​ຜ່ອນ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ທີ່​ດິນ​ປູກ​ຝັງ. ນີ້​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ການ​ຄົ້ນ​ຄ້​ວາ​ທຳ​ອິດ​ກ່ຽວ​ກັບ​ການ​ໝູນ​ໃຊ້​ຊີ​ວະ​ສາດ​ເພື່ອ​ຍົກ​ສະມັດ​ຕະພາບ​ໃຫ້​ມັນ​ຕົ້ນ.”

ຂ່າວ/ບົດ​ອື່ນ