ຫວຽດນາມແລະຝລັ່ງເພີ່ມທະວີການພົວພັນປ້ອງກັນຊາດ

ຫວຽດນາມແລະຝລັ່ງເພີ່ມທະວີການພົວພັນປ້ອງກັນຊາດ  - ảnh 1
ທ່ານ Jean-Yves Le Drian ແລະ ພົນ​ເອກ ຟຸ່ງກວາງ​ແທງ (ຊ້າຍ)
(ພາບ: TTXVN)

(vovworld) – ວັນ​ທີ 19/6, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຝລັ່ງ, ທ່ານ Jean-Yves Le Drian ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຝລັ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດນາມ, ​ໃນ​ໂອກາດ​ທີ່​ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ເອີ​ລົບ. ທ່ານລັດຖະມົນຕີ​ Jean-Yves Le Drian ຢັ້ງຢືນ​ວ່າ ຫວຽດນາມ​ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ເວທີ​ສາກົນ, ມີ​ບົດບາດ​ສຳຄັນ​ພິ​ເສດ​ໃນ​ວິວັດ​ແຫ່ງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ, ທ່ານລັດຖະມົນຕີ​ Jean-Yves Le Drian ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ປາຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຫວຽດນາມ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ. ສ່ວນທ່ານລັດຖະມົນຕີ​ ຟຸ່ງກວາງ​ແທງ ກໍ່​ຢືນຢັນ​ເຖິງ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ແມ່ນ, ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ຝລັ່ງ ​ແລະ ຖື​ວ່າການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແມ່ນ​ພື້ນຖານ​ນຳ​ມາ​ເຊິ່ງກາລະ​ໂອກາດ ​ແລະ ​ແ​ງ່ຫວັງ​ໃຫ້​ແກ່​ການ​ຮ່ວມ​ມື​ຫຼາຍ​ຮູບ​ຫຼາຍ​ແບບ, ​ໃນ​ນັ້ນ​ມີ​ການ​ປ້ອງ​ກັນຊາ​ດ, ຮຽກຮ້ອງ​ໃຫ້​ມີ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ສອງ​ຝ່າຍ, ​ເພື່ອ​ສ້າງ​ຜົນງານ​ແທດ​ຈິງ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ປະ​ເທດ.


ຂ່າວ/ບົດ​ອື່ນ