ຫວຽດນາມແລະຝລັ່ງເພີ່ມທະວີການຮ່ວມມືກ່ຽວກັບຍຸດທະສາດປ້ອງກັນຄວາມສະຫງົບ,ປ້ອງກັນຊາດ,ເສດຖະກິດ

ຫວຽດນາມແລະຝລັ່ງເພີ່ມທະວີການຮ່ວມມືກ່ຽວກັບຍຸດທະສາດປ້ອງກັນຄວາມສະຫງົບ,ປ້ອງກັນຊາດ,ເສດຖະກິດ - ảnh 1
ທ່າ​ນ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ພົບ​ປະ​ກັບ ​ປະ​ທາ​ນາ​ທິ​ບໍ​ດີ
ຝ​ລັ່ງ Francois Hollande

(vovworld)-  ​ຕອນ​ບ່າ​ຍ​ວັນ​ທີ 28/9, ຢູ່ນອກກອງ​ປະ​ຊຸມ​ຄັ້ງ​ທີ 70 ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ, ທ່າ​ນ​ປະ​ທານ​ປະ​ເທດ ເຈືອ​ງ​ເຕີນ​ຊາງ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande. ນະ​ທີ່ນີ້ ການ​ນຳ​ສອງ​ທ່ານ ໄດ້​ເຫັນ​ດີ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ເຮັດ​ໃຫ້​ກົນ​ໄກ​ການ​ເຈ​ລະ​ຈາ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ກ່ຽວ​ກັບ​ຍຸດ​ທະ​ສາດ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປ້ອງ​ກັນ​ຊາດ, ເສດ​ຖະ​ກິດ, ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກາຍ​ເປັນ​ເສົາ​ຄ້ຳ​ຕົ້ນ​ຕໍ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ. ສອງ​ປະ​ເທດ ສືບ​ຕໍ່​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ຊື່ງ​ຝ​ລັ່ງ ມີ​ທ່າ​ແຮງ ແລະ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ເຫນີ ຝ​ລັ່ງ ສືບ​ຕໍ່ສະ​ຫນັບ​ສະ​ຫນູນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢູ ແລະ ປ​າດ​ຖະ​ຫນາ​ຢາກ​ສອງ​ຝ່າຍ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ຫວັດ​ໄລ​ຍະ​ຫລັງ​ປີ 2015. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Hollande ເຫັນ​ດີ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ໂຄງ​ການ​ຮ່ວມ​ມື ສາມ​ຝ່າຍ  ຫວຽດ​ນາມ, ຝ​ລັ່ງ ແລະ ອາ​ຟຼິ​ກາ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ເຫນີ ຝ​ລັ່ງ ສືບ​ຕໍ່ ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຂອງ​ຕົນ ເພື່ອ​ປະ​ກອບ​ສ່ວນຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຮັບ​ປະ​ກັນ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ ຢູ່ ທະ​ເລ​ຕາ​ເວັນ​ອອກ ແລະ ແກ້​ໄຂ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ປາດ​ຖະ​ຫນາ​ວ່າ ຫວຽດ​ນາມ ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ ສ​ປ​ຊ ຈັດ​ຂຶ້ນ​ຢູ່ ປາ​ຣີ ໃນ​ຕົ້ນ​ເດືອນ 12 ຈະ​ມາ​ເຖິງ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນ​ຢັນ ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ ແລະ ພ້ອມ​ແລ້ວ ທີ່​ຈະເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ. ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທ​ດ​ເຈືອງ​ເຕີນ​ຊາງ ໄດ້​ໄປ​ຢ້ຽມ​ຢາມ ສຳ​ນັກ​ຂ່າວ​ສານ AP ທີ່ນິວຢອກ ສະ​ຫະ​ລັດ ອາ​ເມ​ລິ​ກາ

ນັກ​ຂ່າວ ຮ່​ວາງ​ຢູງ

ຂ່າວ/ບົດ​ອື່ນ