ຫວຽດນາມແລະຟີລິບປິນເພີ່ມທະວີການຮ່ວມມື 2 ຝ່າຍໃນຂົງເຂດປ້ອງກັນຊາດ
(ທ່ານພົນເອກ ຟຸງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ
ຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຟີລິບປິນ)
(vovworld) – ຫວຽດນາມແລະຟີລິບປິນເພີ່ມທະວີການຮ່ວມມື 2 ຝ່າຍໃນຂົງເຂດປ້ອງກັນຊາດ. ນີ້ແມ່ນເນື້ອໃນທີ່ທ່ານພົນເອກ ຟຸງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ Honorio S Azcueta, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຟີລິບປິນ ເຫັນດີທີ່ການພົບປະ ພາຍຫຼັງການເຈລະຈາຍຸດທະສາດດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ຟີລິບປິນ ຄັ້ງທຳອິດ, ຖືກດຳເນີນໃນວັນທີ 13/4 ຢູ່ຮ່າໂນ້ຍ. ທ່ານພົນເອກ ຟູງກວາງແທງ ປາດຖະໜາວ່າ, ໝາກຜົນຂອງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດຈະແມ່ນພື້ນຖານເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ ຫວຽດນາມ ແລະ ຟີລິບປິນ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າ.
ສ່ວນທ່ານ Honorio S Azcueta, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ຟີລິບປິນ ໃຫ້ຮູ້ວ່າ: ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດບັນດາການຮ່ວມມືຊຶ່ງ 2 ຝ່າຍໄດ້ເປັນເອກະພາບນຳກັນຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ແລະ ກອງທັບ 2 ປະເທດຫວຽດນາມ - ຟີລິບປິນ, ເພື່ອຈຸດໝາຍສັນຕິພາບ, ການຮ່ວມມືມິດຕະພາບລະຫວ່າງ 2 ປະເທດ ແລະ ໃນພາກພື້ນ ອາຊຽນ.