ຫວຽດນາມແລະສິງກະໂປເພີ່ມທະວີການຮ່ວມມືໃນການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ
ທີ່ການເຈລະຈາ
(ພາບ:Phạm Kiên/TTXVN)
(vovworld)- ໃນຂອບເຂດການຢ້ຽມຢາມຫວຽດນາມ, ຕອນບ່າຍວັນທີ 21/7, ຢູ່ຮ່າໂນ້ຍ, ຜູ້ອຳນວຍການອົງການສືບສວນການກະທຳດ້ານສໍ້ລາດບັງຫຼວງສິງກະໂປ Wong Hong Kuan ໄດ້ມີການເຈລະຈາກັບທ່ານຫົວໜ້າອົງການກວດກາລັດຖະບານຫວຽດນາມ ຮິ່ງຟອງຈາງ. ທີ່ການເຈລະຈາ, 2 ຝ່າຍຢືນຢັນວ່າ: ໃນໄລຍະຜ່ານມາ, ໂດຍປະຕິບັດຂໍ້ຕົກລົງຮ່ວມມື 2 ຝ່າຍ, ອົງການກວດກາລັດຖະບານຫວຽດນາມ ແລະ ອົງການສືບສວນການກະທຳດ້ານສໍ້ລາດບັງຫຼວງສິງກະໂປ ໄດ້ເພີ່ີມທະວີບັນດາການພົບປະ, ແລກປ່ຽນຄະນະຜູ້ແທນ ແລະ ແບ່ງປັນຂໍ້ມູນຂ່າວສານຢ່າງມີຜົນປະໂຫຍດທີ່ສຸດ. ເມື່ອເຕື້ອງເຖິງບັນດາຜົນງານທີ່ບັນລຸໄດ້ ແລະ ບົດຮຽນຂອງຫວຽດນາມ ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ທ່ານຫົວໜ້າອົງການກວດກາລັດຖະບານຫວຽດນາມ ຮິ່ງຟອງຈາງ ໃຫ້ຮູ້ວ່າ: ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ລັດຖະບານກໍໄດ້ກໍ່ສ້າງ ແລະ ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຮອດປີ 2020. 2 ຝ່າຍເຫັນດີເປັນເອກະສັນນຳກັນວ່າ: ໃນໄລຍະຈະມາເຖິງຈະສືບຕໍ່ຮ່ວມມືດ້ານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຜ່ານບັນດາຮູບການຄື: ສະໜອງບັນດາຊຸດຝຶກອົບຮົມວິຊາສະເພາະ, ແລກປ່ຽນບົດຮຽນດ້ານວິຊາສະເພາະ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອຊຸກຍູ້ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ; ຈັດຕັ້ງ ແລະ ເຂົ້າຮ່ວມບັນດາເວທີປາໄສ, ກອງປະຊຸມສຳມະນາ, ກອງປະຊຸມກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.