ຫວຽດນາມແລະສ.ໂມຣິດເພີ່ມທະວີການຮ່ວມສຳພັນ,ຮ່ວມມືໃນຫລາຍຂົງເຂດ

ຫວຽດນາມແລະສ.ໂມຣິດເພີ່ມທະວີການຮ່ວມສຳພັນ,ຮ່ວມມືໃນຫລາຍຂົງເຂດ - ảnh 1
ທ່ານນາງ​ປະທານາທິບໍດີ Ameenah Gurib – Fakim
ຕ້ອນຮັບ ທ່ານຫງວຽນ​ວັນ​ຈູງ
(ພາບ: tgvn.com.vn)

(vovworld) ວັນ​ທີ 10/11, ຢູ່​ນະຄອນຫລວງ Port – Louis, ທ່ານ ຫງວຽນ​ວັນ​ຈູງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ໂມ​ຊຳ​ບິ​ກ ທັງ​ຮັບຜິດຊອບວຽກ​ງານການ​ທູດ​ຢູ່ ສ​.ໂມຣິດ, ​​ໄດ້​ເຂົ້າຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຕໍ່​ທ່ານ​ປະທານາທິບໍດີ ສ​.ໂມຣິດ Ameenah Gurib – Fakim. ທ່ີ​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ຈູງ ຢືນຢັນ​ວ່າ: ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ ສ​.ໂມຣິດ​ ​ໃນ​ບັນດາ​ຂົງ​ເຂດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ການ​ເງິນ - ທະນາຄານ, ສິນ​ໃນ​ນ້ຳ, ການ​ບໍລິການ​​ເດີນ​ທະ​ເລ ​ແລະ ການທ່ອງທ່ຽວ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ຈູງ ຂອບ​ອົກ​ຂອບ​ໃຈຕໍ່​ການສະໜັບສະໜູນ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຂອງ ໂມຣິດ ກັບ ຫວຽດນາມ ​ໃນ​ຂອບ​ເຂດ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຫລາຍ​ຝ່າຍ​ຄື ສປຊ, UNESCO ​ແລະ ອົງການ​ໃຊ້​ພາສາ​ຜະ​ລັ່ງ.

        ສ່ວນ​ທ່ານນາງ​ປະທານາທິບໍດີ Ameenah Gurib – Fakim ​ໃຫ້​ຮູ້​ວ່າ: ໂມຣິດ ຖື ຫວຽດນາມ ​ເປັນ​ຮູບ​ແບບ​ປະສົບຜົນສຳ​ເລັດ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ. ທ່ານ​ນາງ​ປະທານາທິບໍດີ Ameenah Gurib – Fakim ປາດ​ຖະໜາ​ວ່າ: ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ໜ້ອຍຂອງ 2 ປະ​ເທດ; ຄົ້ນຄວ້າ​ພັດທະນາ​ໂຄງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື: ຕ່ຳ​ແຜ່ນ​ຕັດຫຍິບ, ສິນ​ໃນ​ນ້ຳ ​ແລະ ການທ່ອງທ່ຽວ, ທ່ານນາງ​ປະທານ​າທິບໍດີ ຢືນຢັນ​ວ່າ: ໂມຣິດ ຍາມ​ໃດ​ກໍ​ສະໜັບສະໜູນ ຫວຽດນາມ ​ໃນ​ບັນດາ​ຂອບ​ເຂດ​ຫລາຍ​ຝ່າຍ.

 

ຂ່າວ/ບົດ​ອື່ນ