ຫວຽດນາມແລະADBເພີ່ມທະວີການພົວພັນເພື່ອຈຸດໝາຍພ້ອມກັນພັດທະນາ

ຫວຽດນາມແລະADBເພີ່ມທະວີການພົວພັນເພື່ອຈຸດໝາຍພ້ອມກັນພັດທະນາ - ảnh 1
ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດຫວຽດນາມ ຫງວຽນ​ວັນ​ບິ່ງ, ​ຕ້ອນຮັບ​
ຜູ​້ອຳ​ນວນການ​ແຫ່ງ​ຊາດ​ໃໝ່​ຂອງ​ທະ​ນາຄາ​ນພັດທະນາ​ອາຊີ
(ພາບ: NHNN)


(vovworld) – ວັນ​ທີ 14/09, ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດຫວຽດນາມ ຫງວຽນ​ວັນ​ບິ່ງ, ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Eric Sidgwick, ຜູ​້ອຳ​ນວນການ​ແຫ່ງ​ຊາດ​ໃໝ່​ຂອງ​ທະ​ນາຄາ​ນພັດທະນາ​ອາຊີ (ADB) ປະຈຳ​ຫວຽດນາມ ນັບ​ແຕ່​ເດືອນ 09/2015. ທີ່​ການ​ຕ້ອນຮັບ, ທ່ານ Eric Sidgwick ​ໄດ້​ຕີ​ລາຄາ​ສູງ ​ແລະ ສະໜັບສະໜູນ​ບັນດາ​ນະ​ໂຍບາຍ​ຂອງ​ລັດຖະບານ ​ແລະ ທະນາຄານ​ແຫ່ງ​ລັດ ​ໃນ​ໄລຍະ​ຜ່ານ​ມາ ​ໃນ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຊຸ​ກຍູ້​ການ​​ເຕີບ​ໂຕ ​ແລະ ຫຼຸດຜ່ອນ​ຄວາມ​ສ່ຽງທີ່ມາ​ຈາກ​ຄວາມ​ຂາດສະຖຽນ​ລະ​ພາບ​ຂອງ​ເສດຖະກິ​ດທົ່ວ​ໂລກ. ທ່ານ Eric Sidgwick ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ທະນາຄານ​ແຫ່ງ​ລັດ​ ​ແລະ ລັດຖະບານ ​ເພື່ອ​ພັດທະນາ​ບັນ​ດາ​ຂົງ​ເຂດ​ມີ​ທ່າ​ແຮງ​ຂ​ອງ ADB ກວ່າ​ອີກຄື: ອຸປະຖຳໂຄງການ, ​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ, ໜູນ​ຊ່ວຍດ້ານ​ເຕັກນິກ… ຜູ້​ວ່າການ​ທະຫານ​ຄານ​ແຫ່ງ​ລັດ​ຫວຽດນາມ ຫງວຽນ​ວັນ​ບິ່ງ ປາດ​ຖະໜາ​ວ່າ: ADB ສືບ​ຕໍ່ໜູນ​ຊ່ວຍ​ໃຫ້​ຄຳ​ປຶກສາ​ດ້ານນະ​ໂຍບາຍ ​ແລະ ໜູນ​ຊ່ວຍດ້ານ​ເຕັກນິກ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ ADB ມີ​ທ່າ​ແຮງ.

ຂ່າວ/ບົດ​ອື່ນ