ຫວຽດນາມ ຄັດຄ້ານເລື່ອງ ໄຕ້ຫວັນຊ້ອມຮົບຍິງລູກປືນແທ້ຢູ່ ບາບິ່ງ

(VOVWORLD) - ດັ່ງທີ່ໄດ້ຢັ້ງຢືນມາເປັນຫຼາຍເທື່ອແລ້ວວ່າ, ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມ ບາບິ່ງ...
ຫວຽດນາມ ຄັດຄ້ານເລື່ອງ ໄຕ້ຫວັນຊ້ອມຮົບຍິງລູກປືນແທ້ຢູ່ ບາບິ່ງ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ວັນທີ 02 ທັນວາ 2022, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ໄຕ້ຫວັນ ຖະແຫຼງວ່າໄດ້ດຳເນີນການຊ້ອມຮົບຍິງລູກປືນແທ້ຢູ່ ບາບິ່ງ, ຂຶ້ນກັບໝູ່ເກາະເຈື່ອງຊາຂອງ ຫວຽດນາມ ໃນວັນທີ 29 ພະຈິກ ປີ 2022, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ດັ່ງທີ່ໄດ້ຢັ້ງຢືນມາເປັນຫຼາຍເທື່ອແລ້ວວ່າ, ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມ ບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາຂອງ ຫວຽດນາມ ແມ່ນການກະທຳລ່ວງລ້ຳອະທິປະໄຕຜືນແຜ່ນດິນຂອງ ຫວຽດນາມ ສຳລັບໝູ່ເກາະນີ້ຢ່າງຮ້າຍແຮງ; ອັນໄດ້ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ; ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ໄຕ້ຫວັນ ຈົ່ງຢຸດຕິການກະທຳຜິດກົດໝາຍດັ່ງກ່າວ ແລະ ບໍ່ລະເມີດຄືນໃໝ່ອີກຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ