ຫວຽດນາມ ຈັດຕັ້ງ ກອງປະຊຸມສຳມະນາສົ່ງເສີມການລົງທຶນຢູ່ຍີ່ປຸ່ນ

ຫວຽດນາມ ຈັດຕັ້ງ ກອງປະຊຸມສຳມະນາສົ່ງເສີມການລົງທຶນຢູ່ຍີ່ປຸ່ນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ
 ​ແລະ ການ​ຄ້າ​ຫວຽດນາມ - ຍີ່ປຸ່ນ
(ພາບ: TTXVN)

(vovworld) – ວັນ​ທີ 14 – 15/10, ກົງ​ສູນ​ໃຫຍ່​ສະຖານທູ​ດຫວຽດນາມ ປະຈຳ Osaka ​ແລະ ກົມ​ສົ່ງ​ເສີມ​ການ​ຄ້າ (VIETRADE) ກະຊວງ​ອຸດສາຫະກຳ​ການ​ຄ້າ ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ຄ້າ​ຫວຽດນາມ - ຍີ່ປຸ່ນ ​ໃນ​ຂົງ​ເຂດ​ອຸດສາຫະກຳ​ສຳຮອງ, ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຜະລິດ​ຢູ່ 2 ນະຄອນ​ແມ່ນ Osaka ​ແລະ Kobe ຂອງ​ຍີ່ປຸ່ນ.

   ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ດຶງ​ດູດ​ຜູ້​ແທນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງຫຼາຍ, ​ໃນ​ນັ້ນມີ​ຜູ້​ຕ່າງ​ໜ້າ​ບັນດາ​ແຂວງ, ​ເຂດ​ອຸດສາຫະກຳ ​ແລະ ວິ​ສາ​ຫະກິດ​ຜະ​ລິດ​ອຸດສາ​ຫະກຳ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ ສິນ​ໃນ​ນ້ຳຂອງ​ຫວຽດນາມ 25 ຄົນ, ພ້ອມ​ກັບ​ວິ​ສາ​ຫະກິດ​ຢູ່ Osaka 120 ​ແຫ່ງ ​ແລະ ວິ​ສາ​ຫະກິດ​ຢູ່ Kobe 100 ​ແຫ່ງ. ກ່າວ​ຄຳ​ເຫັນ​ທີ່​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ໄດ້​ຕີ​ລາຄາ​ສູງ​ນະ​​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ປັບປຸງ​ສະພາບ​​ແວດ​ລ້ອມ​ແຫ່ງການ​ລົງທຶນ; ຢືນຢັນ​ມີ​ຄວາມ​ເອົາ​ໃຈ​ໃສ່ທີ່​ສຸດ ​ແລະ ປາດ​ຖະໜາ​ຢາກ​ຮ່ວມ​ມື​ດ້ານ​ການ​ຄ້າ, ​ເປີດ​ກວ້າງ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ