ຫວຽດນາມ ຕັ້ງໜ້າກະກຽມ ການເຂົ້າຮ່ວມງານຕະຫຼາດນັດອາຊຽນ - ອີນເດຍ 2012

ຫວຽດນາມ ຕັ້ງໜ້າກະກຽມ ການເຂົ້າຮ່ວມງານຕະຫຼາດນັດອາຊຽນ - ອີນເດຍ 2012 - ảnh 1
(ພາບ: atv.org.vn)

(vovworld) -     ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ 10 ປີ​ແຫ່ງ​ການ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຂຶ້ນ​ສູ່​ລະດັບ​ສູງ​ລະຫວ່າງ ອາ​ຊຽນ ​ແລະ ອີນ​ເດຍ, ງານ​ຕະຫຼາດນັດ ອາ​ຊຽນ - ອີນ​ເດຍ ຄັ້ງ​ທີ 2 (AIBF - 2012) ຈະຈັດ​ຂຶ້ນ​ຢູ່ New Delhi ​ແຕ່​ວັນ​ທີ 18 – 20/12. ຕາມ​ທີ່​ປຶກສາ​ດ້ານ​ການ​ຄ້າ​ສະຖານທູດ​ຫວຽດນາມ ປະຈຳ​ອີນ​ເດຍ ທ່ານ ຫງວຽນ​ຮ່າ​ເຊີນ ​ແລ້ວ, ງານ​ຕະຫຼາດນັດ​ມີ​ຂອບ​ຂະໜາດ 350 ຮ້ານວາງສະ​ແດງ, ຄາດ​ວ່າ ຈະ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ມາຈາກ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ອີນ​ເດຍ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຂດ​ຮ້ານ​ວາງສະ​ແດງ​ຂອງ​ຫວຽ​ດນາມ ມີ​ຂອບ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຢູ່​ອາ​ຊຽນ, ດ້ວຍ​ເນື້ອ​ທີ່​ເກືອບ 330 ຕາລາງ​ແມດ, ​​ເພື່ອ​ວາງສະ​ແດງ​ບັນດາ​ຜະລິດຕະຜັນ​ເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ, ທາດ​ເຄມີ, ອາຫານ… ຂອງ 25 ວິ​ສາ​ຫະກິດ, ອົງການ​ຕາງໜ້າ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່, ສະມາຄົມ​ທີ່​ມາ​ຈາກ​ຫວຽດນາມ. ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ, ວິ​ສາ​ຫະກິດ​ຫວຽດນາມ ຍາກ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ບັນດາຜະລິດ​ຕະພັນ​ກະ​ເສດ, ອາ​ຫານ, ​ເຄື່ອງ​ໃຊ້​ໄມ້​ສອຍ ​ແລະ ບັນດາ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ອື່ນໆ​ຂອງ​ຫວຽດນາມ ​ທີ່​ສົ່ງ​ຂາຍ​ໃຫ້ຕະຫຼາດ​ອີນ​ເດຍ; ​ໂຄສະ​ນາ​ຄວາມ​ສາມາດ​ບົມຊ້ອນ, ທ່າ​ແຮງ​ຂອງ​ວິ​ສາ​ຫະກິດ​ໃນ​ບັນດາ​ຂະ​ແໜງ​ເສດຖະກິດ​ຂອງ​ຫວຽດນາມ; ​ໂຄສະນາ​ພາບ​ພົດ ​ແລະ ຮູບ​ພາບ​ຂອງ​ວິ​ສາ​ຫະກິດຫວຽດນາມ.

ຂ່າວ/ບົດ​ອື່ນ