ຫວຽດນາມ ບຸລິມະສິດເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ

(VOVWORLD) - ຕອນບ່າຍວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບລັດຖະມົນຕີກະຊວງພັດທະນາເສດຖະກິດສະຫະພັນ ລັດເຊຍ ທ່ານ Maxim Oreshkin ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເນັ້ນໜັກວ່າ
ຫວຽດນາມ ບຸລິມະສິດເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບລັດຖະມົນຕີກະຊວງພັດທະນາເສດຖະກິດສະຫະພັນ ລັດເຊຍ ທ່ານ Maxim Oreshkin 

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ບຸລິມະສິດແກ່ການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ. ວົງເງິນການຄ້າ 2 ສົ້ນປີ 2016 ບັນລຸ 2,7 ຕື້ USD. 2 ຝ່າຍພວມວາງຄາດໝາຍຍົກວົງເງິນການຄ້າ ຫວຽດນາມ - ສະຫະພັນ ລັດເຊຍ ຂຶ້ນ 10 ຕື້ USD ໃນປີ 2020. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ: 2 ຝ່າຍສືບຕໍ່ຍູ້ແຮງວຽກງານສົ່ງເສີມການຄ້າ, ສ້າງທຸກເງື່ອນໄຂສະດວກທີ່ສຸດ ເພື່ອນຳສິນຄ້າ 2 ຝ່າຍເຂົ້າຕະຫລາດຂອງກັນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະແດງຄວາມເບີກບານມ່ວນຊື່ນເມື່ອໄດ້ຮັບທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ຢູ່ ດ່າໜັງ. ເນື່ອງໃນໂອກາດນີ້ ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ແຈ້ງໃຫ້ຊາບຈະປະຕິບັດການຢ້ຽມຢາມທາງລັດຖະກິດເຖິງສະຫະພັນ ລັດເຊຍ ໃນເດືອນ ມີຖຸນາ ຕາມຄຳເຊີນຂອງທ່ານປະທານາທິບໍດີ Vladimir Putin.

ຕອບກັບ

ຂ່າວ/ບົດ​ອື່ນ