ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືຫຼາຍຝ່າຍເພື່ອແນໃສ່ແກ້ໄຂບັນດາບັນຫາລວມ

(VOVWORLD) -ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຊົມເຊີຍຂໍ້ລິເລີມຂອງຈີນ ແລະ ຖືວ່າ ການຮ່ວມມືຫຼາຍຝ່າຍມີຄວາມໝາຍຫຼັກແຫຼ່ງໃນສະພາບເກີດບັນດາສິ່ງທ້າທາຍທົ່ວໂລກ.
ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືຫຼາຍຝ່າຍເພື່ອແນໃສ່ແກ້ໄຂບັນດາບັນຫາລວມ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ
(ພາບ: baoquocte.vn)

ວັນທີ 07 ພຶດສະພາ, ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ, ປະທານສະພາຄວາມໝັ້ນຄົງສະຫະປະຊາຊາດເດືອນ ພຶດສະພາ 2021, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລີເປີດຂັ້ນລັດຖະມົນຕີທາງອອນລາຍ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍຫົວຂໍ້ “ເພີ່ມທະວີລັດທິຫຼາຍຝ່າຍ ແລະ ລະບົບສາກົນໂດຍສະຫະປະຊາຊາດເປັນໃຈກາງ”

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຊົມເຊີຍຂໍ້ລິເລີມຂອງຈີນ ແລະ ຖືວ່າ ການຮ່ວມມືຫຼາຍຝ່າຍມີຄວາມໝາຍຫຼັກແຫຼ່ງໃນສະພາບເກີດບັນດາສິ່ງທ້າທາຍທົ່ວໂລກ. ທ່ານລັດຖະມົນຕີໄດ້ຢ້ຳຄືນບັນດາຄຳໝັ້ນສັນຍາຢ່າງແຮງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບການຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດບັດສະຫະປະຊາຊາດ ແລະ ສ້າງລະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍສາກົນຄືດັ່ງໄດ້ຍົກອອກມາໃນຖະແຫຼງການປະທານ ເຊິ່ງສະພາຄວາມໝັ້ນຄົງໄດ້ຮັບຮອງເອົາເມືອຫວຽດນາມ ດຳລົງຕຳແໜ່ງປະທານໃນເດືອນ ມັງກອນ 2020.

        ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນຈົ່ງຊຸກຍູ້ວັດທະນະທຳເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ; ຄັດຄ້ານບັນດາການກະທຳບິບບັງຄັບ, ນຳໃຊ້ອາວຸດໃນການພົວພັນສາກົນ. ທ່ານລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ມານະພະຍາຍາມປະຕິຮູບບັນດາລະບອບຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ