ຫວຽດນາມ - ລາວ ຊຸກຍູ້ການຮ່ວມມື ເຂດຊາຍແດນ

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມື ເຂດຊາຍແດນ - ảnh 1
(ພາບປະກອບ)

​(vovworld) – ​ແຕ່​ວັນ​ທີ 23 – 28/04, ຢູ່ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ ​ໄດ້​ຈັດ​ກອງ​ປະຊຸມ​ຮອບ​ທີ 14 ຄະນະ​ນັກ​ວິຊາ​ການ​ປະສົມ​ປັກ​ຫຼັກໝາຍ​ຊາຍ​ແດນ​ຫວຽດນາມ - ລາວ. ທີ່​ບັນດາ​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ດຳ​ເນີນ​ການ​ກວດກາ​ຄືນ​ວຽກ​ງານທັງ​ໝົດ​ທີ່​ຍັງ​ເຫຼືອ​ຂອງ​ໂຄງ​ການ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບຸລະນະ ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​ຫວຽດນາມ - ລາວ​ ພາຍຫຼັງສຳ​ເລັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ໃນ​ຕົວ​ຈິ່ງ, ​ເພື່ອ​ແນ​ໃສ່​ວາງ​ອອກ​ບັນດາ​ມາດ​ຕະການ​ລະອຽດ ​ຮັບປະກັນ​ສຳ​ເລັດ​ໂຄງການ​ທັງ​ໝົດ​ໃນ​ປີ 2014. ​ແລະກໍ່​ໃນ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ດຳ​ເນີນ​ການ​ແລກປ່ຽນ​ກ່ຽວ​ກັບ​ຮ່າງ​ມະຕິ​ສະບັບ​ໃໝ່ ກ່ຽວ​ກັບ​ການ​ກຳນົດ​ການ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ກໍ່​ຄື​ວຽກ​ງານ​ກະກຽມ​ເປີດ​ສະຫຼອງ ​ແລະ ຍົກ​ລະດັບ​ດ່າ​ຍຊາຍ​ແດນ ລາ​​ໄຮ (ກວາງ​ຈິ້) - ລາ​ໄຮ (ສາລະ​ວັນ) ​ໃຫ້​ຂຶ້ນ​ເປັນ​ດ່ານ​ຊາຍ​ແດນ​ສາກົນ​ໃນ​ໄລຍະ​ຈະ​ມາ​ເຖິງ.
ຂ່າວ/ບົດ​ອື່ນ