ຫວຽດນາມ ສູ້ຊົນບັນລຸຄາດໝາຍປີ 2020 ມີ 1 ລ້ານວິສາຫະກິດ

(VOVWORLD) - ຕອນເຊົ້າວັນທີ 17 ທັນວາ, ທີ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາປະກາດບົດລາຍງານປະຕິບັດມະຕິ 02 ຂອງປີ 2019 ແລະ ມະຕິ 35 ປີ 2016 - ແງ່ມູມຈາກວິສາຫະກິດ. 
ຫວຽດນາມ ສູ້ຊົນບັນລຸຄາດໝາຍປີ 2020 ມີ 1 ລ້ານວິສາຫະກິດ - ảnh 1 ກອງປະຊຸມສຳມະນາປະກາດບົດລາຍງານປະຕິບັດມະຕິ 02 ຂອງປີ 2019 ແລະ ມະຕິ 35 ປີ 2016

ການເຄື່ອນໄຫວໄດ້ປະຕິບັດໃນຂອບເຂດໂຄງການເພີ່ມທະວີສຽງເວົ້າຂອງວິສາຫະກິດໃນການຕິດຕາມກວດກາ ແລະ ປະຕິບັດການສ້າງໂຄງປະກອບເສດຖະກິດຄືນໃໝ່ ຂຶ້ນກັບໂຄງການ ອົດສະຕາລີ ໜູນຊ່ວຍປະຕິຮູບເສດຖະກິດ ຫວຽດນາມ. ທ່ານ ເດົາແອັງຕ໊ວນ, ຫົວໜ້າພະແນກກົດໝາຍ ຂຶ້ນກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຖືວ່າ:

        “ປີ 2020 ຫວຽດນາມ ຄວນມີໂຄງການຢ່າງແຮງກ່ວາ, ຄວນມີບັນດາມາດຕະການປະຕິຮູບຢ່າງແຮງກ່ວາ, ບໍ່ພຽງແຕ່ເຂົ້າຮ່ວມຕະຫລາດເທົ່ານັ້ນ ຫາກທັງບັນດາມາດຕະການໜູນຊ່ວຍວິສາຫະກິດອີກດ້ວຍ ຈຶ່ງສາມາດບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ.

        ຕາມບົດລາຍງານທີ່ກອງປະຊຸມສຳມະນາ, ມະຕິ 02 ແລະ 35 ຂອງລັດຖະບານແມ່ນບັນດາມະຕິກ່ຽວກັບການສືບຕໍ່ປະຕິບັດບັນດາໜ້າທີ່, ມາດຕະການຕົ້ນຕໍກ່ຽວກັບການປັບປຸງສະພາບແວດລ້ອມດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ