ຫວຽດນາມ ສູ້ຊົນຮອດປີ 2020, ມູນຄ່າສົ່ງອອກສິນໃນນ້ຳບັນລຸ 8 – 9 ຕື້ USD

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ອະນຸມັດຜ່ານໂຄງການຈຸດໝາຍພັດທະນາເສດຖະກິດສິນໃນນ້ຳແບບຍືນຍົງໄລຍະ 2016 – 2020.
ຫວຽດນາມ ສູ້ຊົນຮອດປີ 2020, ມູນຄ່າສົ່ງອອກສິນໃນນ້ຳບັນລຸ 8 – 9 ຕື້ USD - ảnh 1 (ພາບປະກອບ)

ໂຄງການດັ່ງກ່າວ ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ສູ້ຊົນກາຍເປັນຂະແໜງຜະລິດສິນຄ້າໃຫຍ່, ມີກົນໄກ ແລະ ບັນດາຮູບການຈັດຕັ້ງການຜະລິດທີ່ເໝາະສົມ, ມີສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ຄວາມສາມາດແກ່ງແຍ້ງສູງ, ເຊື່ອມໂຍງເຂົ້າພື້ນຖານເສດຖະກິດສາກົນຢ່າງໝັ້ນຄົງ ຕິດພັນກັບການຮັກສາແຫຼ່ງປະໂຫຍດ, ສິ່ງແວດລ້ອມຊີວະພາບ, ຍົກສູງລາຍຮັບ ແລະ ລະດັບຄອງຊີບຊີວິດຂອງຊາວຂຶ້ນປະມົງເທື່ອລະກ້າວ ແລະ ປະກອບສ່ວນຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາສະຫງົບໃນບັນດາເຂດທະເລ, ເກາະຂອງປະເທດຊາດ. ສູ້ຊົນຈົດຮອດປີ 2020 ລະດັບມູນຄ່າເພີ່ມການຜະລິດສິນໃນນ້ຳ ລະເລ່ຍແຕ່ລະປີບັນລຸ 6,0%; ຍອດປະລິມານການຜະລິດສິນໃນນ້ຳບັນລຸແຕ່ 6,5 – 7 ລ້ານໂຕນ; ມູນຄ້າສົ່ງອອກສິນໃນນ້ຳບັນລຸແຕ່ 8 – 9 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ