ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ກຳ​ລັງ​​ທັ​ບ ແລະ ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ​ທັງ​ໝົດ

(VOVWORLD) -ໃນບົດກ່າວປາໄສ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໄດ້ຢັ້ງຢືນເຖິງຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຂອງຫວຽດນາມພ້ອມກັບບັນດາປະເທດເພື່ອສ້າງໂລກແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ກຳ​ລັງ​​ທັ​ບ ແລະ ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ​ທັງ​ໝົດ - ảnh 1ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມກ່່າວບົດກ່າວປາໄສທີ່ກອງປະຊຸມ (ພາບ: baoquocte.vn)

ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມຫຼຸດຜ່ອນກຳລັງທັບ ແລະ ບໍ່ເຜີຍແຜ່ອາວຸດນິວເຄຼຍທັງໝົດ. ນີ້ແມ່ນຄຳຢັ້ງຢືນຂອງທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໃນບົດກ່າວປາໄສທີ່ກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນລົບລ້າງອາວຸດນິວເຄຼຍ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 2 ຕຸລາ (ຕາມເວລາ ຫວຽດນາມ). ໃນບົດກ່າວປາໄສ, ທ່ານຟ້າມບິ່ງມິງໄດ້ຢັ້ງຢືນເຖິງຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຂອງຫວຽດນາມພ້ອມກັບບັນດາປະເທດເພື່ອສ້າງໂລກແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ. ຕາມທ່ານຟ້າມບິ່ງມິງແລ້ວ, ຫວຽດນາມສະໜັບສະໜູນຄວາມມານະພະຍາຍາມຫຼຸດຜ່ອນກຳລັງທັບ ແລະ ບໍ່ເຜີຍແຜ່ອາວຸດນິວເຄຼຍທັງໝົດ. ທ່ານກ່າວວ່າ:

ພວກຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ເປັນເຈົ້າຂອງ ອາວຸດນິວເຄຼຍ ຈົ່ງຍູ້ແຮງຄຳໝັ້ນສັນຍາຫຼຸດຜ່ອນກຳລັງທັບ, ອາວຸດນິວເຄຼຍທັງໝົດຕາມມາດຕາ 6 ຂອງ ສົນທິສັນຍາ ວ່າດ້ວຍການບໍ່ເຜີຍແຜ່ອາວຸດນິວເຄຼຍ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຕໍ່ລະບອບຫຼາຍຝ່າຍກ່ຽວກັບການຫຼຸດຜ່ອນກຳລັງທັບ, ເສີມຂະຫຍາຍບົດບາດຂອງໂຄງປະກອບພາກພື້ນ ໃນການສ້າງ ແລະ ຮັກສາບັນດາພາກພື້ນໃຫ້ປອດອາວຸດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ