ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມື ນຳການພົວພັນ 2 ປະເທດເຂົ້າສູ່ລວງເລິກ

(VOVWORLD) - ຕອນບ່າຍວັນທີ 25 ພຶດສະພາ ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ Park Won-soon, ທູດພິເສດຂອງປະທານາທິບໍດີ ສ.ເກົາຫຼີ Moon Jae-in
ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມື ນຳການພົວພັນ 2 ປະເທດເຂົ້າສູ່ລວງເລິກ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Park Won-soon

ຜ່ານທູດພິເສດທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຝາກຄຳອວຍພອນທ່ານ Moon Jae-in ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄົນທີ 12 ຂອງ ສ.ເກົາຫຼີ ດ້ວຍຄວາມໄວ້ວາງໃຈສູງ; ພ້ອມທັງ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງທ່ານປະທານາທິບໍດີ Moon Jae-in, ສ.ເກົາຫຼີ ຈະສືບຕໍ່ພັດທະນາໃຫ້ຈະເລີນຮຸ່ງເຮືອງ, ສີວິໄລ. ກ່ຽວກັບການຮ່ວມມື, ການລົງທຶນ, ທ່ານປະທານປະເທດປາດຖະໜາວ່າ 2 ຝ່າຍສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສ.ເກົາຫຼີ ຢ່າງມີປະສິດທິຜົນ, ສູ້ຊົນສຳເລັດເປົ້າໝາຍວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 70 ຕື້ USD ໃນປີ 2020. ເນື່ອງໃນໂອກາດນີ້ ທ່ານປະທານປະເທດຖືເປັນກຽດຝາກຄຳເຊື້ອເຊີນທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ຢູ່ ດາໜັງ ໃນເດືອນ ພະຈິກ 2017.

        ສ່ວນທ່ານ Park Won-soon ເນັ້ນໜັກເຖິງເລື່ອງ ເປັນຄັ້ງທຳອິດທີ່ ທ່ານປະທານາທິບໍດີ ສ.ເກົາຫຼີ ສົ່ງທູດພິເສດມາຍັງ ຫວຽດນາມ ສະແດງໃຫ້ເຫັນຄວາມສຳຄັນຂອງລັດຖະບານ ສ.ເກົາຫຼີ ສຳລັບ ຫວຽດນາມ ເວົ້າສະເພາະ ແລະ ບັນດາປະເທດ ອາຊຽນ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ