ຫວຽດນາມ - ອິນເດຍ ຊຸກຍູ້ວິໄສທັດໃໝ່ໃຫ້ແກ່ການຮ່ວມມືດ້ານກະສິກຳ

(VOVWORLD) - ຕອນບ່າຍວັນທີ 26 ຕຸລາ, ຢູ່ນະຄອນຫລວງ New Delhi, ສະຫະພັນບັນດາຫ້ອງການການຄ້າ ແລະ ອຸດສາຫະກຳ ອິນເດຍ (FICCI) ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອິນເດຍ 
ຫວຽດນາມ - ອິນເດຍ ຊຸກຍູ້ວິໄສທັດໃໝ່ໃຫ້ແກ່ການຮ່ວມມືດ້ານກະສິກຳ - ảnh 1(ພາບປະກອບ/TTXVN) 

ຈັດຕັ້ງເວທີປາໄສດຳເນີນທຸລະກິດ ດ້ວຍຫົວຂໍ້ວ່າ “ວິໄສທັດໃໝ່ໃຫ້ແກ່ກະສິກຳ: ກໍ່ສ້າງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ - ອິນເດຍ”. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເຈິ່ນແທງນາມ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ນຳໜ້າເຂົ້າຮ່ວມເວທີປາໄສ, ພ້ອມດ້ວຍບັນດາເຈົ້າໜ້າທີ່, ວິສາຫະກິດ ແລະ ນັກຮຽນຮູ້, ນັກຄົ້ນຄວ້າໃນຂົງເຂດກະສິກຳ, ການເງິນ, ປະກັນໄພ, ທະນາຄານເປັນຈຳນວນຫລວງຫລາຍ.

       ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເຈິ່ນແທງນາມ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຢືນຢັນວ່າ: ອິນເດຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ. ຫວຽດນາມ ປາດຖະໜາຢາກໃຫ້ບັນດາວິສາຫະກິດ ອິນເດຍ ເພີ່ມທະວີການລົງທຶນ, ຖ່າຍທອດເຕັກໂນໂລຊີໃນຂົງເຂດເຄື່ອງຈັກກະສິກຳ, ການປຸງແຕ່ງຜະລິດຕະພັນກະເສດ, ສິນໃນນ້ຳ, ກະສິກຳອົງຄະທາດ, ກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງ.

ຕອບກັບ

ຂ່າວ/ບົດ​ອື່ນ