ຫວຽດ​ນາມ ຮຽກ​ຮ້ອງ​ຕ້ອງ​ແກ້​ໄຂ​ການ​​ຂັດ​ແຍ້ງ​ກັນ​ຢູ່ Bosnia-Herzegovina ໂດຍ​ສັນ​ຕິ​ວິ​ທີ

(VOVWORLD) -ວັນທີ 29 ມິຖຸນາ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ Bosnia ແລະ Herzegovina.
ຫວຽດ​ນາມ ຮຽກ​ຮ້ອງ​ຕ້ອງ​ແກ້​ໄຂ​ການ​​ຂັດ​ແຍ້ງ​ກັນ​ຢູ່ Bosnia-Herzegovina ໂດຍ​ສັນ​ຕິ​ວິ​ທີ - ảnh 1ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ Bosnia ແລະ Herzegovina 

ກ່າວຄຳເຫັນທີ່ຢູ່ທີ່ນີ້, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບສະພາບການຢູ່ Bosnia ແລະ Herzegovina ທີ່ສືບຕໍ່ມີການຜັນແປຢ່າງສັບສົນ, ກໍ່ຜົນກະທົບຕໍ່ສັນຕິພາບແບບຍືນຍົງ, ສາມັກຄີ ແລະ ວັດທະນາຖາວອນ ຂອງປະເທດຊາດ ແລະ ປະຊາຊົນປະເທດນີ້. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສົນທະນາ ເພື່ອແນໃສ່ຜ່ານຜ່າສິ່ງແຕກຕ່າງກັນ ແລະ ຄວາມມານະພະຍາຍາມໄກ່ເກ່ຍປອງດອງຊາດ, ໃນນັ້ນ ຕ້ອງມີການສະໜັບສະໜູນຂອງປະຊາຄົມສາກົນ ແລະ ຕ້ອງເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ Bosnia ແລະ Herzegovina.

        ທ່ານເອກອັກຄະລັດຖະທູດ ຢັ້ງຢຶນວ່າ ຫວຽດນາມ ສະໜັບສະໜູນການປະຕິບັດກົດໝາຍສາກົນ, ສະໜັບສະໜູນບົດບາດຂອງບັນດາລະບອບລະບຽບການໃນພາກພື້ນກໍ່ຄືບັນດາສົນທິສັນຍາສາກົນ ແລະ ພາກພື້ນ ແລະ ສະໜັບສະໜູນການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ ສ່ອດຄອງກັບກົດບັດ ສປຊ, ໃນນັ້ນມີຄົນກາງໄກ່ເກ່ຍ ແລະ ສະເໜີໃຫ້ບັນດາຝ່າຍສົນທະນາກັນ ເພື່ອແນໃສ່ຊອກຫາທັດສະນະລວມ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ປະເທດນີ້ ແລະ ທົ່ວພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ