(vovworld) - ວັນທີ 11/5, ຢູ່ ນິວຢອກ, ແຫ່ງປະເທດ ອາເມລິກາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ແລະ ບັນດາອົງການອື່ນໆຂອງ ຫວຽດນາມ ປະຈຳ ນິວຢອກ ໄດ້ເຂົ້າຮ່ວມງານບຸນມໍລະດົກວັດທະນະທຳ ອາຊີ ຢູ່ ອາເມລິກາ. ນະທີ່ນີ້, ຄະນະ ຫວຽດນາມ ໄດ້ແນະນຳຄວາມຍາມຂອງຊຸດເຊື້ອຍາວທີ່ເປັນປະເພນີຂອງແມ່ຍິງ ຫວຽດນາມ, ລາຍການຟ້ອນກຸບ, ເຄື່ອງຫັດຖະກຳຊະນິດຕ່າງໆ... ທີ່ມີສືສັນວັດທະນະທຳ ຫວຽດນາມ, ແລະ ພາບພົດປະເທດຊາດ, ຊາວ ຫວຽດນາມ ທີ່ດຶງດູດຫຼາຍຄົນເຂົ້າຮ່ວມ. ເພື່ອນມິດສາກົນໄດ້ຊົມເຊີຍບັນດາຄວາມງາມທີ່ເປັນເອກະລັກສະເພາະ ແລະ ມີສີສັນຂອງພື້ນຖານວັດທະນະທຳ ຫວຽດນາມ ຜ່ານບັນດາວັດຖຸໄດ້ຮັບການວາງສະແດງ ຫຼື ຜ່ານວາດຟ້ອນ ໂດຍບັນດານັກຮຽນ ຫວຽດນາມ ທີ່ພວມຮຳ່ຮຽນຢູ່ມະຫາວິທະຍາໄລແຫ່ງຕ່າງໆຢູ່ເຂດຕາເວັນອອກຂອງ ອາເມລິກາ ສະແດງ. ມີແຂກເຂົ້າຮ່ວມຫຼາຍຄົນໄດ້ເວົ້າວ່າ: ຈະໄປຢ້ຽມຢາມ ຫວຽດນາມ ໂດຍໄວເພື່ອເຫັນປະຈັກຕາຄວາມງາມຂອງປະເທດ ຫວຽດນາມ, ຊອກຮູ້ບັນດາຈຸດທີ່ເປັນເອກະລັກສະເພາະຂອງພື້ນຖານວັດທະນະທຳທີ່ມີແຕ່ດົນນາມຂອງ ຊາດ ຫວຽດນາມ...
ງານບຸນແມ່ນໂອກາດເພື່ອໃຫ້ບັນດາປະເທດ ອາຊີ ແນະນຳເຖິງປະຊາຊົນ ອາເມລິກາ ແລະ ເພື່ອນມິດສາກົນບັນດາຈຸດວັດທະນະທຳ ທີ່ເປັນເອກະລັກສະເພາະຂອງຊາດຕົນ, ກໍ່ຄືບັນດາມໍລະດົກວັດທະນະທຳ, ທຳມະຊາດຂອງມວນມະນຸດຢູ່ປະເທດຕົນເຊິ່ງອົງການ ສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສະຫະປະຊາຊາດ (UNESCO) ໄດ້ຮັບຮູ້, ເພື່ອເພີ່ມທະວີຄວາມສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະເທດ.