ຫວຽດນາມ ເຂົ້າຮ່ວມງານມະໂຫລານວັດທະນະທຳພື້ນເມືອງໂລກ 2017 ຢູ່ ຣູມານີ

(VOVWORLD) - ງານມະໂຫລານວັດທະນະທຳພື້ນເມືອງໂລກ 2017 ໄດ້ດຳເນີນແຕ່ວັນທີ 27-30 ກໍລະກົດ ຢູ່ນະຄອນ Bistrita, ຣູມານີ ໂດຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດ ຄື: ອິນເດຍ, ສິງກະໂປ, ອິນໂດເນເຊຍ, ຕວກກີ, ຝຮັ່ງ, ອູແກຮນ, ຫວຽດນາມ, ກາເຣັກ, ອີຕາລີ, ເຊີເບຍ ແລະ ປະເທດເຈົ້າພາບ ຣູມານີ. 
ຫວຽດນາມ ເຂົ້າຮ່ວມງານມະໂຫລານວັດທະນະທຳພື້ນເມືອງໂລກ 2017 ຢູ່ ຣູມານີ - ảnh 1 ພາບປະກອບ

ຫວຽດນາມ ເຂົ້າຮ່ວມງານມະໂຫລານພ້ອມກັບບັນດານັກສະແດງ, ນັກສິນລະປິນ, ນັກດົນຕີ ຄະນະສິລະປະກຳເອົາເກີ ສັງກັດໂຮງລະຄອນຟ້ອນລຳດົນຕີ ຫວຽດນາມ ໂດຍຜູ້ກຳກັບການສະແດງ - ສິນລະປິນດີເດັ່ນ ແທງເຊີນ ເປັນຫົວໜ້າຄະນະ. ງານມະໂຫລານວັດທະນະທຳພື້ນເມືອງໂລກ ເພື່ອແນໃສ່ແນະນຳວັດທະນະທຳຊົນເຜົ່າທີ່ເປັນເອກະລັກສະເພາະ ຂອງບັນດາປະເທດ ອາຊີ ແລະ ເອີຣົບ ຜ່ານບັນດາ ວາດຟ້ອນ, ດົນຕີບົດເພງ, ຄະນະສິລະປະກຳ ຫວຽດນາມ ນຳບັນດາວາດຟ້ອນດົນຕີພື້ນເມືອງທີ່ເປັນເອກະລັກສະເພາະ ຂອງບັນດາຊົນເຜົ່າກິງ, ຊົນເຜົ່າຜູ່ໄທ, ຊົນເຜົ່າມົ້ງ ແລະ ບັນດາຊົນເຜົ່າເຂດໄຕຫງວຽນ. ຈຸດພິເສດແມ່ນແນະນຳພິນສາຍດຽວຂອງ ຫວຽດນາມ. ລາຍການສະແດງຂອງຄະນະສິນລະປະກຳ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ