ຫວຽດນາມ ເຂົ້າຮ່ວມວັນບຸນວັດທະນະທຳ ແລະ ອາຫານການກິນ ອາຊີ ຢູ່ ອີຢິບ

(VOVWORLD) - ວັນທີ 17 ພະຈິກ, ສະມາຄົມພັນລະຍານັກການທູດ ອາຊີ ຢູ່ນະຄອນຫລວງ Cairo, ປະເທດ ອີຢິບ ໄດ້ຈັດຕັ້ງວັນບຸນວັດທະນະທຳອາຫານການກິນ ແລະ ເຄື່ອງສິລະປະຫັດຖະກຳ ອາຊີ. 
ຫວຽດນາມ ເຂົ້າຮ່ວມວັນບຸນວັດທະນະທຳ ແລະ ອາຫານການກິນ ອາຊີ ຢູ່ ອີຢິບ - ảnh 1 ຫວຽດນາມ ເຂົ້າຮ່ວມວັນບຸນວັດທະນະທຳ ແລະ ອາຫານການກິນ ອາຊີ ຢູ່ ອີຢິບ

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງບັນດາພັນລະຍານັກການທູດ ອາຊີ ຢູ່ Cairo ແນໃສ່ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ, ຊຸກຍູ້ນ້ຳໃຈສາມັກຄີລະຫວ່າງບັນດາປະເທດກໍ່ຄືສ້າງຕັ້ງກອງທຶນການກຸສົນຢູ່ ອີຢິບ.

       ວັນບຸນວັດທະນະທຳປີນີ້ ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ ແລະ ຈັບອົກຈັບໃຈດ້ວຍບັນດາລາຍການສະແດງຟ້ອນລຳທຳເພງ ແລະ ມີຮ້ານວາງສະແດງຂາຍອາຫານການກິນ, ເຄື່ອງສິລະປະຫັດຖະກຳປະມານ 100 ຮ້ານ.

       ຮ້ານວາງສະແດງຂອງສະຖານທູດ ຫວຽດນາມ ພົ້ນເດັ່ນດ້ວຍບັນດາຊຸດເສື້ອຍາວພື້ນເມືອງ, ບັນດາປະເພດສິນຄ້າເຄື່ອງສິລະປະຫັດຖະກຳ, ບັນດາເຍື່ອງອາຫານ ຫວຽດນາມ ມີແຂກທ່ອງທ່ຽວສາກົນເຂົ້າຢ້ຽມຊົມເປັນຈຳນວນຫລວງຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ