ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ IPU ຄັ້ງທີ 127 ຢູ່ການາດາ

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ IPU ຄັ້ງທີ 127 ຢູ່ການາດາ - ảnh 1
ຄະນະ​ຜູ້​ແທນສະພາ​ແຫ່ງ​ຊາດ​ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ: vietnamplus.vn)


(vovworld) -     ກອງ​ປະຊຸມ​ສະຫະພັນລັດຖະສະພາ​ສາກົນ (IPU) ​​ຄັ້ງ​ທີ 127 ດ້ອຍ​ຫົວ​ຂໍ້​ວ່າ “ປົກ​ປ້ອງ​ລັກສະນະຫຼາຍ​ຮູບ​ຫຼາຍ​ແບບ​ເພື່ອ​ຮັບປະກັນ​ສັນຕິພາບ​ໃນ​ໂລກຫຼາຍ​ຂົ້ວ​ໃນ​ປະຈຸ​ບັນ” ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ນະຄ​ອນ Quebec, ປະ​ເທດ​ກາ​ນາ​ດາ ​ໃນ​ລະຫວ່າງ​ວັນ​ທີ 21 – 26/10. ຄະນະ​ຜູ້​ແທນສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ Tran Van Hang, ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​. ການ​ໂຕ້​ວາທີ​ທີ່​ກອງ​ປະຊຸມ IPU ຄັ້ງ​ນີ້​ໄດ້ສຸມ​ໃສ່​ການ​ຮັບປະກັນ​ສິດ​ຂອງ​ພົນລະ​ເມືອງ, ສິດ​ຂອງຍາດຕິ​ພີ​ນ້ອງ, ​ຄວາມ​ມີຫຼາຍ​ຮູ​ບຫຼາຍ​ແບບ​ດ້ານ​ພາສາ ​ແລະ ວັດທະນະທຳ​ໃນ​ໂລກາ​ພິວັດ​ ກໍ​ຄື​ວິທີ​ການ​ຮັກສາ​ຄວາມ​ມີຫຼາຍ​ຮູ​ບຫຼາຍ​ແບບດ້ານ​ການ​ເມືອງ, ພິ​ເສດ​ແມ່ນ​ໃນ​ຈຳນວນ​​ປະ​ເທດ​ສະມາຊິກ​ຂອງ IPU. ຕາງໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ທ່ານ Tran Van Hang ​ໄດ້​ຢືນຢັນ​ວ່າ ​ເລື່ອງ​ຮັບປະກັນ​ສິດ​ພົນລະ​ເມືອງ, ສິດ​ຂອງ​ຍາດຕິ​ພີ​ນ້ອງ ​ແລະ ຄວາມ​ມີຫຼາຍ​ຮູ​ບຫຼາຍ​ແບບ​ດ້ານ​ວັດທະນະທຳ, ພາສາ ​ແມ່ນ​ບັນດາ​ເນື້ອ​ໃນ​ເປັນ​ພື້ນຖານ​ໃນ​ຄາດໝາຍ​ຮັບປະກັນ​ສິດ​ຂອງ​ມະ​ນຸດ. ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ສະ​ໜັບສະ​ໜູນ, ​ເປັນ​ເຈົ້າ​ການເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ ​ແລະ ຮັບຜິດ​ຊອບ​ຕໍ່ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ໂລກ ​ເພື່ອ​ແນ​ໃສ່​ຮັບປະກັນ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ສິດ​​ອັນເປັນ​ພື້ນຖານ​ຂອງ​ມະນຸດ, ​ເພື່ອ​ຈຸດໝາຍ​ສັນຕິພາບ, ສະ​ຖຽນລະ​ພາບ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ