ຫວຽດນາມ ເຂົ້າຮ່ວມ ງານວາງສະແດງ ການບິນໃຫຍ່ກວ່າໝູ່ ຢູ່ອາຊີ
ງານວາງສະແດງການບິນ ສິງກະໂປ 2014
(ພາບ: antoangiaothong.gov.vn)
(vovworld) - ວັນທີ 11/02, ງານວາງສະແດງການບິນ ສິງກະໂປ 2014 (Singapore Airshow 2014), ຖືກໄຂຂຶ້ນຢູ່ສູນວາງສະແດງ Changi, ເຊິ່ງແມ່ນໜຶ່ງໃນບັນດາງານວາງສະແດງການບິນຜົນລະເຮືອນ ແລະ ປ້ອງກັນຊາດສຳຄັນທີ່ສຸດໃນໂລກ ແລະ ໃຫຍ່ກວ່າໝູ່ຢູ່ອາຊີ. ຄະນະຜູ້ແທນຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ດິງລາທັງ ນຳໜ້າເຂົ້າຮ່ວມເຫດການ. ບັນດາຜູ້ແທນໄດ້ຢ້ຽມຊົມເຂດວາງສະແດງເຮືອບິນປະເພດຕ່າງໆ, ຜະລິດຕະພັນການບິນ ແລະ ປ້ອງກັນຊາດທີ່ກ້າວໜ້າກວ່າໝູ່ໃນປະຈຸບັນ. ຢູ່ Singapore Airshow 2014, ເປັນຄັ້ງທຳອິດມີການເຂົ້າຮ່ວມຂອງວິສາຫະກິດຫວຽດນາມແຫ່ງໜຶ່ງ ແມ່ນບໍລິສັດບໍລິການເຕັກນິກການບິນ (AECS). ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ດິງລາທັງ ໄດ້ມາຢ້ຽມຢາມຮ້ານວາງສະແດງ ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການສະໜອງການບໍລິການຝືກອົບຮົມນັກບິນທີ່ມີຄຸນນະພາບສູງຢູ່ຫວຽດນາມ ລະຫວ່າງ AESC ກັບກຸ່ມບໍລິສັດ Mil Com, Aerospace Group ຂອງ ສິງກະໂປ ແລະ Eagle Flight Training ຂອງ ນິວຊີແລນ.