ຫວຽດນາມ ເຊີດຊູການຮັກສາ ແລະ ຄຸ້ມຄອງແຫລ່ງນ້ຳຢ່າງໝັ້ນຄົງ

(vovworld)-  ຕອນ​ເຊົ້າ​ວັນ​ທີ 21/3 ຢູ່ ນະຄອນ ​ເກີນ​ເທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ ​ແລະ ອ່ານ​ສູນ​ທອນ​ພົດ​ໄຂ“ກອງ​ປະຊຸມ​ສຳ​ມະ​ນາ ASEM ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫ​ລ່ງນ້ຳ ​ແລະ ລຸ່ມ​ແມ່​ນ້ຳ - ວິທີ​ການ​ສຳ​ພັດ​ການ​ເຕີບ​ໂຕ​ຂຽວ.” ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຊ່ຽວຊານ​ພາຍ​ໃນ ​ແລະ ສາກົນ​ກວ່າ 100 ທ່ານທີ່​ມາ​ຈາກ 51 ປະ​ເທດ​ສະມາຊິກ​ ASEM ກໍ​ຄື​ຜູ້ຕາງຫນ້າ​ບັນດາ​ອົງການ ສປຊ, ອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ ສາກົນ. ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ​ໂດຍ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ຄວາມ​ຮັບຜິດຊອບ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ສະຫນອງ​ຜະລິດ​ຕະພັນ​ກະ​ເສດ​ຫລາຍ​ອັນ​ດັບ​ຕົ້ນ​ໃນ​ໂລກ ​ແລະ ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ຫວຽດນາມ ​ເຊີດ​ຊູ​ການ​ຮັກສາ ​ແລະ ຄຸ້ມ​ຄອງ​ແຫ່ຼງນ້ຳ​ຢ່າງ​ໝັ້ນຄົງ. ນີ້​ແມ່ນ​ເນື້ອ​ໃນ​ສຳຄັນ​ຂອງ“ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ ​ໄລຍະ 2011-2020 ​ແລະ ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊັບພະຍາກອນ​ນ້ຳ​ຮອດ​ປີ 2020. ຫວຽດນາມ ​ມີ​​ແຜນ​ນະ​ໂຍບາຍ​ຕັ້ງຫນ້າ​ເຂົ້າຮ່ວມ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ລວມ​ໃນ​ທຸກ​ລະດັບ​ຮ່ວມ​ມື​ສາກົນ ພ້ອມ​ທັງ​ພວມ​ຕັ້ງຫນ້າ​ຜັນ​ຂະຫຍາຍ​ແຜນການ​​ເຄື່ອນ​ໄຫວ​ຍຸດ​ທະ​ສາດ​ຂອງ ອາ​ຊຽນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫ​ລ່ງນ້ຳ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

ຫວຽດນາມ ເຊີດຊູການຮັກສາ ແລະ ຄຸ້ມຄອງແຫລ່ງນ້ຳຢ່າງໝັ້ນຄົງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ອ່ານ​ສູນ​ທອນ​ພົດ​ໄຂ“ກອງ​ປະຊຸມ​ສຳ​ມະ​ນາ ASEM
ພາບ: chinhphu.vn


 

        “ພຽງ​ແຕ່​ຮ່ວມ​​ແຮງ​ຮ່ວມ​ໃຈ​ການ​ກະທຳ​ຢ່າງ​ແຂງ​ແຮງ​ ພວກ​ເຮົາ​ຈຶ່ງ​ສາມາດ​ຈຳກັດ ​ແລະ ສະກັດ​ກັ້ນ​ສິ່ງ​ທ້າຍ​ທາຍ​ຄື​ດັ່​ງ​ໄດ້​ຄາດ​ຄະ​ເນ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ ​ເລື່ອງ​ຮັກສາ​​ແຫ​ລ່ງຊັບພະຍາກອນ​ນ້ຳ​ໄດ້​ນຳ​ມາ​ໃຫ້​ພວກ​ເຮົາ​ກາລະ​ໂອກາດ​ຮ່ວມ​ມືຫລາຍ​ກວ່າ​ການ​ແກ້​ງ​ແຍ້​ງ. ASEM ແມ່ນ​ເວທີ​ປາ​ໄສ​ພາກ​ພື້ນ​ທີ່​ສຳຄັນ, ດ້ວຍ​ພົນລະ​ເມືອງ​ກວມ 60% ຂອງ​ໂລກ ​ແລະ ປະກອບ 55% GDP ​ໃຫ້​ທົ່ວ​ໂລກ. ສະ​ນັ້ນ ASEM  ມີ​ຄວາມ​ຕ້ອງການ, ມີ​ຄວາມ​ຮັບຜິດຊອບ ​ແລະ ສາມາດ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ບັນດາ​ແຫ​ລ່ງຊັບພະ​ຍາກ​ອນນ້ຳ.”

 


ຂ່າວ/ບົດ​ອື່ນ