ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງ ອີຢິບ

(VOVWORLD) - ເມື່ອຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ເນື່ອງໃນໂອກາດທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 6 – 7 ກັນຍາ ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ,

ທ່ານ ໂດຮ່ວາງລອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ເນັ້ນໜັກວ່າ: ການຢ້ຽມຢາມສະແດງໃຫ້ເຫັນ ອີຢິບ ປາດຖະໜາຢາກພັດທະນາ ແລະ ຍົກລະດັບການພົວພັນກັບ ຫວຽດນາມ, ກໍ່ຄືເພີ່ມທະວີການຮ່ວມມື 2 ຝ່າຍໃນທຸກຂົງເຂດນັບແຕ່: ດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ…ການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຂອງທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi ແມ່ນຂີດໝາຍສຳຄັນຍິ່ງ, ຍ້ອນວ່າ ນີ້ເປັນຄັ້ງທຳອິດ ການນຳສູງສຸດຂອງ ອີຢິບ ມາຢ້ຽມຢາມ ຫວຽດນາມ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ອີຢິບ ຖື ຫວຽດນາມ ເປັນສຳຄັນທີ່ສຸດ ຫວຽດນາມ ແລະ ແມ່ນໜຶ່ງໃນບັນດາບຸລິມະສິດ ໃນນະໂຍບາຍການຕ່າງປະເທດມຸ່ງໄປເຖິງທິດຕາເວັນອອກຂອງຕົນ. ການຢ້ຽມຢາມຂອງທ່ານປະທານາທິບໍດີ ອີຢິບ ຈະນຳມາໃຫ້ໝາກຜົນຫລາຍຢ່າງ ແລະ ສ້າງພື້ນຖານທີ່ດີ, ເປີດກາລະໂອກາດ ເພື່ອໃຫ້ 2 ຝ່າຍຮ່ວມມືຍາວນານໃນຫລາຍຂົງເຂດແຕກຕ່າງກັນຄື: ການຄ້າ, ການລົງທຶນ, ວັດທະນະທຳ ແລະ ບັນດາຂົງເຂດສຳຄັນອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ