ຫວຽດນາມ ແລະ ຈີເລ ຈະກາຍເປັນແກ່ນສານໃນເລື່ອງຊຸກຍູ້ການຮ່ວມສຳພັນລະຫວ່າງປະຊາຄົມເສດຖະກິດ ອາຊຽນ

(VOVWORLD) - ທີ່ການຕ້ອນຮັບທ່ານນາງປະທານາທິບໍດີ ສາທາລະນະລັດ ຈີເລ Michelle Bachelet Jeria ໃນຕອນບ່າຍວັນທີ 09 ພະຈິກ, ທີ່ສຳນັກງານສູນກາງພັກ. 
ຫວຽດນາມ ແລະ ຈີເລ ຈະກາຍເປັນແກ່ນສານໃນເລື່ອງຊຸກຍູ້ການຮ່ວມສຳພັນລະຫວ່າງປະຊາຄົມເສດຖະກິດ ອາຊຽນ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານນາງປະທານາທິບໍດີ ຈີເລ Michelle Bachelet Jeria

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ສະແດງຄວາມປາດຖະໜາວ່າ ຫວຽດນາມ ແລະ ຈີເລ ຈະກາຍເປັນແກ່ນສານໃນການຊຸກຍູ້ການຮ່ວມສຳພັນລະຫວ່າງປະຊາຄົມເສດຖະກິດ ອາຊຽນ ແລະ ບັນດາກົນໄກເຊື່ອມໂຍງອື່ນໆຢູ່ ອາເມລິກາ ໃຕ້ ເຊິ່ງ ຈີເລ ເປັນສະມາຊິກ.      

        ສ່ວນທ່ານນາງປະທານາທິບໍດີ ຈີເລ Michelle Bachelet Jeria ຕີລາຄາສູງ ບັນດາຜົນງານ, ບົດຮຽນກໍ່ສ້າງ ແລະ ພັດທະນາປະເທດຊາດ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈ, ທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ແລະ ໂລກ. ທ່ານນາງປະທານາທິບໍດີ ຈີເລ Michelle Bachelet Jeria ຢືນຢັນຄວາມປາດຖະໜາ ແລະ ຕັດສິນໃຈຊຸກຍູ້ການພົວພັນສາມັກຄີມິດຕະພາບ,  ການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ, ນຳການພົວພັນ 2 ຝ່າຍ ຫວຽດນາມ - ຈີເລ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ຫວຽດນາມ ແລະ ຈີເລ ຈະກາຍເປັນແກ່ນສານໃນເລື່ອງຊຸກຍູ້ການຮ່ວມສຳພັນລະຫວ່າງປະຊາຄົມເສດຖະກິດ ອາຊຽນ - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາງປະທານາທິບໍດີ ຈີເລ Michelle Bachelet Jeria (ພາບ: VGP)

        ແລະກໍ່ໃນຕອນບ່າຍວັນທີ 09 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາງປະທານາທິບໍດີ ຈີເລ Michelle Bachelet Jeria ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຂອບໃຈທ່ານນາງປະທານາທິບໍດີ ຈີເລMichelle Bachelet Jeria ໄດ້ແບ່ງປັນກັບປະຊາຊົນ ຫວຽດນາມ ກ່ຽວກັບບັນດາຜົນຮ້າຍໂດຍໄພທຳມະຊາດກໍ່ຂຶ້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ