ຫວຽດນາມ ແລະ ມາເລເຊຍ ສືບຕໍ່ປັບປຸງ ແລະ ພັດທະນາການພົວພັນສອງຝ່າຍຢ່າງບໍ່່ຢຸດຢັ້ງ

(VOVWORLD) -ການພົວພັນລະຫວ່າງຫວຽດນາມ - ມາເລເຊຍ ຍິ່ງພິເສດຂຶ້ນຕື່ມ ເມື່ອສອງປະເທດຍົກສູງລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2015.

ຫວຽດນາມ ແລະ ມາເລເຊຍ ສືບຕໍ່ປັບປຸງ ແລະ ພັດທະນາການພົວພັນສອງຝ່າຍຢ່າງບໍ່່ຢຸດຢັ້ງ - ảnh 1

 ຕຶກແຟດ Petronasຢູ່ນະຄອນຫຼວງ  Kuala Lumpur, ມາເລເຊຍ

(ພາບປະກອບ: THX/TTXVN)

ຫວ່າງມໍ່ໆມານີ້, ໃນບົດຂຽນຫວນຄືນເສັ້ນທາງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ມາເລເຊຍ (1973 – 2018), ທ່ານ ເລກຸຍກວິ່ງ ເອກອັກຄະລັດຖະທູດຫວຽດນາມປະຈໍາມາເລເຊຍ ໄດ້ຕີລາຄາສູງຕໍ່ການພົວພັນລະຫວ່າງສອງປະເທດຍາມໃດກໍພັດທະນາຢ່າງດີງາມ, ໂດຍໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກຂົງເຂດ ຢ່າງບໍ່ຢຸດຢັ້ງ ຄື ການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ ແລະ ການພົວພັນແລກປ່ຽນວັດທະນະທໍາ. ການພົວພັນລະຫວ່າງຫວຽດນາມ - ມາເລເຊຍ ຍິ່ງພິເສດຂຶ້ນຕື່ມ ເມື່ອສອງປະເທດຍົກສູງລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2015.       

        ກ່ຽວກັບການພົວພັນດ້ານການເມືອງ, ຫວຽດນາມ ແລະ ມາເລເຊຍ ໄດ້ດໍາເນີນການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ໃນທຸກພາກສ່ວນຄືພັກ, ລັດຖະບານ, ລັດ, ສະພາແຫ່ງຊາດ  ຕະຫຼອດຮອດການພົວພັນແລກປ່ຽນປະຊາຊົນ. ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າອັນດັບທີ 8 ຂອງຫວຽດນາມ ແລະຫວຽດນາມແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 12 ຂອງມາເລເຊຍ. ສໍາລັບການລົງທຶນ, ມາເລເຊຍຢືນອັນດັບທີ 7/125 ປະເທດ ແລະເຂດແຄວ້ນ ທີ່ລົງທຶນໂດຍກົງຈາກຕ່າງປະເທດເຂົ້າມາຫວຽດນາມ (FDI). ຄຽງຄູ່ກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສອງຝ່າຍ ຍາມໃດ ກໍໄດ້ຮັບຄວາມເອົາໃຈໃສ່ ແລະ ຍູ້ແຮງຈາກການນໍາສອງປະເທດ. ການຮ່ວມມືໃນບັນດາຂົງເຂດແຮງງານ,ການສຶກສາ, ການທ່ອງທ່ຽວ... ກໍບັນລຸໝາກຜົນອັນດີງາມຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ