ຫວຽດນາມ ແລະ ລາຊະອານາຈັກອັງກິດ ຊຸກຍູ້ການພົວພັນຮ່ວມມື

ຫວຽດນາມ ແລະ ລາຊະອານາຈັກອັງກິດ ຊຸກຍູ້ການພົວພັນຮ່ວມມື - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ປະສົມ​ ຫວຽດນາມ-​ອັງກິດ
ກ່ຽວ​ກັບ​ການ​ຮ່ວມ​ມື​ເສກ​ຖະກິດ ​ແລະ ການ​ຄ້າ
(ພາບ: TTXVN)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 2/3 ທີ່​ນະຄອນຫຼວງ ລອນ​ດອນ, ລາຊະ​ອານາຈັກ​ ອັງກິດ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ປະສົມ​ ຫວຽດນາມ-​ອັງກິດ ກ່ຽວ​ກັບ​ການ​ຮ່ວມ​ມື​ເສກ​ຖະກິດ ​ແລະ ການ​ຄ້າ (JETCO). ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອັງກິດ Hugo Swire ຢັ້ງຢືນ​ວ່າ: ອັງກິດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສະໜັບສະໜູນ​ ຫວຽດນາມ ຈົນ​ສຸດ​ຄວາມ​ສາມາດ​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ກັບ​ສະຫະພາບ​ເອີ​ລົບ (EU) ​ແລະ ຫວັງ​ວ່າ​ຂໍ້​ຕົກລົງ​ນີ້​ຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ອະນາຄົດ​ມໍ່ໆ​ມາ​ນີ້. ​ເມື່ອ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ​ບັນດາ​ຂົງ​ເຂດ​ຮ່ວມ​ມື ​ຊຶ່ງ​ ອັງກິດ ບຸລິມະສິດ​ຊຸກຍູ້​ກັບ ​ຫວຽດນາມ ຄື: ການ​ສຶກສາ, ພະລັງງານ ​ແລະ ໂຄງ​ລ່າງການ​ເງິນ ຈະ​ບັນລຸ​ໄດ້​ບັນດາ​ຄວາມ​ກ້າວ​ໜ້າໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອັງກິດ Hugo Swire ຢືນຢັນ​ວ່າ: ກອງ​ປະຊຸມ JETCO ຄັ້ງ​ທີ 8 ​ແມ່ນ​ກາລະ​ໂອກາດ​ສຳຄັນ ​ເພື່ອ​ກວດກາ​ຄືນ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ບົນ​ຈິດ​ໃຈ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ ​ເຊິ່ງ 2 ປະ​ເທດ ​ໄດ້​​ກໍ່ສ້າງ ​ແລະ ​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ​ໃນ​ຕະຫຼອດ 8 ປີຜ່ານມາ. ສ່ວນ​ທ່ານນາງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໂຮ່ທິກິມທວາ ​ໃຫ້​ຮູ້​ວ່າ: ຕາມ​ຄຳ​ໝັ້ນສັນຍາກັບ​ອົງການ​ການ​ຄ້າ​ໂລກ (WTO) ​ແລ້ວ, ຫວຽດນາມ ພວມ​ສ້າງ​ກົດ​ໝາຍ​ອະນຸຍາດ​ໃຫ້​ບັນດາ​ບໍລິສັດຜະລິດຢາຕ່າງປະ​ເທດ​ແຈກ​ຢາຍ​ສິດຜູກຂາດຢູ່​ ຫວຽດນາມ. ກ່ຽວ​ກັບ​ໃບ​ຢັ້ງຢືນ​ລູກ​ເຮືອ, ຫວຽດນາມ ປາດ​ຖະໜາ​ວ່າ ຝ່າຍ​ ອັງກິດ ສືບ​ຕໍ່​ມີ​ຜົນ​ກະທົບ ຫຼື ສົມທົບ​ກັນ ​ເພື່ອ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຮັບຮອງ​ໃບ​ຢັ້ງຢືນ​ວິຊາ​ສະ​ເພາະ​ໃຫ້​ແກ່ລູກ​ເຮືອ ຫວຽດນາມ. ກ່ຽວ​ກັບ​ພະ​ແນ​ກ​ທຸລະ​ກຳ​ການ​ຄ້າ, ທ່ານ​ນາງ​ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໂຮ່ທິກິມທວາ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ, ສະໜອງ​ຂໍ້​ມູນ​ຂ່າວ ​ເພື່ອ​ເພີ່ມ​ທະວີ​ກາລະ​ໂອກາດ​​​ເຄື່ອນ​ໄຫວການ​ຮ່ວມ​ມື​ພັດທະນາ, ຊື້​ຂາຍ​ຜ່ານ​ພະ​ແນ​ກ​ທຸລະ​ກຳ.

ຂ່າວ/ບົດ​ອື່ນ