ຫວຽດນາມ ແລະ ສິງກະໂປ ເປີດກວ້າງການຮ່ວມມືເສດຖະກິດ

ຫວຽດນາມ ແລະ ສິງກະໂປ ເປີດກວ້າງການຮ່ວມມືເສດຖະກິດ - ảnh 1
ວິສາຫະກິດ ຫວຽດນາມ - ສິງກະໂປ
( ພາບຈາກອີນເຕີແນດ )


( vovworld ) – ​ ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ເຊື່ອມ​ຕໍ່​ເສດຖະກິດ​ຫວຽດນາມ - ສິງກະ​ໂປ ຄັ້ງ​ທີ 8 ​ເຊິ່ງ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 4/4 ຢູ່​ສິງກະ​ໂປ, ສອງ​ປະ​ເທດ​ໄດ້​ຕົກລົງ​ນຳ​ກັນຈະ​ເປີດ​ກວ້າງ​ຂອບ​ເຂດ​ກາ​ນຮ່ວມ​ມື​ເສດຖະກິດ​ໃນ​ບັນດາ​ຂົງ​ເຂດ​ຄື ການ​​ເງິນ, ຂ່າວສານ, ​ໂທລະ​ຄົມມະນາຄົມ ​ແລະ ດຳ​ເນີນ​ທຸ​ລະ​ກິດ​ສິ້ນ​ຄ້າ. ທ່ານ​ລັດຖະມົນຕີ​ການ​ຄ້າ ​ແລະ ອຸດສາຫະກຳ ສິງກະ​ໂປ Lim Heng Kiang ​ໄດ້​ເວົ້າ​ວ່າ, ສອງ​ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົມຊ້ອນຫຼາຍ​ຢ່າງ​ໃນ​ການ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍ້ອນ​ວ່າ​ພື້ນຖານ​ເສດຖະກິດຫວຽ​ດນາມ ພວມ​ສືບ​ຕໍ່​ພັດທະນາ ​ແລະ ​ເຕີບ​ໃຫຍ່ ​ແລະ ​ມີແງ່​ຫວັງ​ຈະ​ກາຍ​ເປັນ​ສູນ​ການ​ແລກປ່ຽນ​ສິ້ນຄ້າໃຫ້​ແກ່​ບັນດາ​ສັນຍາການ​ຄ້າ​ໃນ​ອະນາຄົດ. ສິງກະ​ໂປ ສົ່ງ​ເສີມ​ຫວຽດນາມ ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຄ້າ​ຢູ່ສູນແລກປ່ຽນການ​ຄ້າ​ສິງກະ​ໂປ ​ເພື່ອ​ສະກັດ​ກັ້ນ​ຄວາມ​ສ່ຽງ​ຍ້ອນລາຄາຜະລິດ​ຕະພັນ​ກະ​ເສດມີ​ການ​​ເໜັງ​ຕິງ​ກໍ​ຄືປັບປຸງ​ບັນດາ​ການ​ບໍລິການ​ການ​​ເງິນ, ພາລາ​ທິການ ແລະ ບັນຫາ​ອື່ນ​ທີ່​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ