ຫົວ​ໜ້າ​​ກຳ​ມາທິ​ການ​ເສດ​ຖະ​ກິດ ຂອງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ສາ​ກົນ​ລາ​ຊະ​ອານ​າ​ຈັກ​ອັງ​ກິດ

(VOVWORLD) -ທ່ານນາງ Elizabetj Truss ມີຄວາມປາດຖະໜາຢາກ ໃຫ້ຫວຽດນາມ ສະໜັບສະໜູນ ແລະ ຊຸກຍູ້ເລື່ອງອັງກິດເຂົ້າຮ່ວມ CPTPP, ທ່ານນາງເຊື່ອໝັ້ນວ່າ ຜ່ານ CPTPP ສອງປະເທດອາດຈະເພີ່ມທະວີການຮ່ວມມືສອງຝ່າຍ, ເປັນຕົ້ນແມ່ນໃນບັນດາຂົງເຂດທີ່ອັງກິດມີຄວາມສົນໃຈຄື ຫັນພື້ນຖານເສດຖະກິດເປັນສີຂຽວ, ການປ່ຽນແປງຂອງດິນຟ້າອາກາດ.

ຫົວ​ໜ້າ​​ກຳ​ມາທິ​ການ​ເສດ​ຖະ​ກິດ ຂອງ ສະ​ພາ​ແຫ່ງ​ຊາດ  ຫວຽດ​ນາມ ຕ້ອນ​ຮັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ສາ​ກົນ​ລາ​ຊະ​ອານ​າ​ຈັກ​ອັງ​ກິດ - ảnh 1ທ່ານ ຫວູຮົ່ງແທັງ ຫົວໜ້າກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານນາງ Elizabetj Truss ລັດຖະມົນຕີກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ

(ພາບ: daibieunhandan.vn)

ຕອນບ່າຍວັນທີ 11 ທັນວາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Elizabetj Truss ລັດຖະມົນຕີກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ, ທ່ານ ຫວູຮົ່ງແທັງ ຫົວໜ້າກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບອັງກິດໃນທຸກດ້ານເປັນສຳຄັນ, ພ້ອມທັງຫວັງວ່າພາຍຫຼັງລົງນາມ ບົດບັນທຶກວ່າດ້ວຍກkານສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກອັງກິດ (UKFTA), ສອງຝ່າຍຈະປະຕິບັດລະບຽບການໃຫ້ສຳເລັດ ເພື່ອໃຫ້ສັນຍາມີຜົນສັກສິດໂດຍໄວ. ທ່ານ ຫວູຮົ່ງແທັງຫວັງວ່າ ເລື່ອງອັງກິດເຂົ້າຮ່ວມສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)ໂດຍໄວຈະສ້າງເງື່ອນໄຂເພີ່ມທະວີການຮ່ວມມືເສດຖະກິດ ລະຫວ່າງ ສອງປະເທດ.

        ສ່ວນທ່ານນາງ Elizabetj Truss ມີຄວາມປາດຖະໜາຢາກ ໃຫ້ຫວຽດນາມ ສະໜັບສະໜູນ ແລະ ຊຸກຍູ້ເລື່ອງອັງກິດເຂົ້າຮ່ວມ CPTPP, ທ່ານນາງເຊື່ອໝັ້ນວ່າ ຜ່ານ CPTPP ສອງປະເທດອາດຈະເພີ່ມທະວີການຮ່ວມມືສອງຝ່າຍ, ເປັນຕົ້ນແມ່ນໃນບັນດາຂົງເຂດທີ່ອັງກິດມີຄວາມສົນໃຈຄື ຫັນພື້ນຖານເສດຖະກິດເປັນສີຂຽວ, ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ