ຫົວໜ້າຄະນະຂົນຂວາຍປຊຊສູນກາງອວຍພອນພຸດທະສາສະນິກກະຊົນເນື່ອງໃນໂອກາດວັນບຸນວິສາຂະບູຊາ

ຫົວໜ້າຄະນະຂົນຂວາຍປຊຊສູນກາງອວຍພອນພຸດທະສາສະນິກກະຊົນເນື່ອງໃນໂອກາດວັນບຸນວິສາຂະບູຊາ - ảnh 1
ທ່ານ​ນາງ ເຈືອງ​ທິ​ມາຍອວຍ​ພອນສະ​ພາ​ບໍ​ລິ​ຫານ​ງານ​​ສະ​ມາ​ຄົມ
ພຸດ​ທະ​ສາ​ສະ​ໜາ​ສູນ​ກາງຫວຽດ​ນາມ
(ພາບ: TTXVN)

(vovworld) - ເນື່ອງ​ໃນ​ໂອ​ກາດວັນ​ບຸນ​ວິ​ສາ​ຂະ​ບູ​ຊາ, ຕອນ​ເຊົ້າ​ວັນ​ທີ 14/05, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ນາງ ເຈືອງ​ທິ​ມາຍ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ໄດ້​ລົງ​ຢ້ຽມ​ຢາມ ແລະ ອວຍ​ພອນສະ​ພາ​ບໍ​ລິ​ຫານ​ງານ​​ສະ​ມາ​ຄົມພຸດ​ທະ​ສາ​ສະ​ໜາ​ສູນ​ກາງຫວຽດ​ນາມ ຢູ່​ພາກ​ໃຕ້. ທ່ານ​ນາງ ເຈືອງ​ທິ​ມາຍ ຢືນ​ຢັນ​ວ່າ, ພັກ, ລັດ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ ສະ​ພາ​ບໍ​ລິ​ຫານ​ງານ​​​ສະ​ມາ​ຄົມພຸດ​ທະ​ສາ​ສະ​ໜາ​ສູນ​ກາງຫວຽດ​ນາມ ໃນ​ວຽກ​ງານ​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂະ​ບວນ​ການ​ຕອບ​ບຸ​ນ​ແທນ​ຄຸນ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ບັນ​ດາ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ, ວຽກ​ງານ​ກູ​້​ສົນ ແລະ ປາດ​ຖະ​ໜາ​ວ່າສະ​ພາ​ບໍ​ລິ​ຫານ​ງານ​​​ສະ​ມາ​ຄົມພຸດ​ທະ​ສາ​ສະ​ໜາ​ສູນ​ກາງຫວຽດ​ນາມ  ຈະ​ລະ​ດົມ​ບັນ​ດາພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ໃນ​ທົ່ວ​ປະ​ເທດ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ. ທ່ານ​ນາງ ເຈືອງ​ທິ​ມາຍ ເຊື່ອ​ໝັ້ນ​ວ່າ, ສະ​ພາ​ບໍ​ລິ​ຫານ​ງານ​​​ສະ​ມາ​ຄົມພຸດ​ທະ​ສາ​ສະ​ໜາ​ສູນ​ກາງຫວຽດ​ນາມ ຈະ​ລະ​ດົມ​ພໍ່​ແມ່ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ